ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ພັດທະນາການຄຸ້ມຄອງ ແລະ ບໍລິການຂໍ້ມູນດິຈິຕອນຂອງພາກລັດ

ເພື່ອສະໜັບສະໜູນໃນການພັດທະນາຄວາມສາມາດຂອງສະຖາບັນດ້ານນະໂຍບາຍໃນການຄຸ້ມຄອງ ແລະ ບໍລິການຂໍ້ມູນດິຈິຕອນຂອງພາກລັດ ແລະ ທົ່ວໄປ ເພື່ອຮັບປະກັນຄຸນນະພາບຂອງຂໍ້ມູນ, ຄວາມປອດໄພ, ມີມາດຕະຖານການເຊື່ອມໂຍງ ແລະ ມີຄຸນນະພາບ. ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການສະຫະປະຊາຊາດ (ໜ່ວຍງານເສດຖະກິດ ແລະ ສັງຄົມ UNDESA) ຈັດກອງປະຊຸມສຳມະນາການສ້າງຄວາມອາດສາມາດໃນການຄຸ້ມຄອງຂໍ້ມູນ (Capacity Development and Consultation Workshop on Lao PDR National Data Governance Framework) ຂຶ້ນວັນທີ 11-12 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ແກ້ວວິສຸກ ໂສລາພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ຊາລາ ເຊັກເກີເນັດ (Sara Sekkenes) ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ.
ທ່ານ ຮອງລັດຖະມົນຕິີ ກຕສ ກ່າວວ່າ: ການຫັນເປັນດິຈິຕອນ ແມ່ນຕ້ອງໄດ້ນຳໃຊ້ທັງເຕັກໂນໂລຊີ ແລະ ຂໍ້ມູນ ຈຶ່ງສາມາດປະສົບຜົນສຳເລັດໄດ້. ປັດຈຸບັນ, ສປປ ລາວ ຍັງບໍ່ທັນໄດ້ມີກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ແລະ ຍັງບໍ່ທັນໄດ້ກຳນົດມາດຕະຖານຂໍ້ມູນຂອງພາກລັດ ແລະ ການແບ່ງສິດການເຂົ້າເຖິງຂໍ້ມູນ ເພື່ອໃຫ້ຂໍ້ມູນເຫລົ່ານີ້ເປັນຂໍ້ມູນທີ່ມີຄຸນນະພາບ, ປອດໄພ ແລະ ສາມາດເຊື່ອມໂຍງບັນດາຂໍ້ມູນຂອງແຕ່ລະພາກສ່ວນເຂົ້າຫາກັນ. ສະນັ້ນ, ເພື່ອເປັນການຊຸກຍູ້ການຫັນເປັນດິຈິຕອນ ຈຶ່ງຈຳເປັນຕ້ອງໄດ້ມີການສ້າງກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ໂດຍສະເພາະແມ່ນເພື່ອຄຸ້ມຄອງ ແລະ ບໍລິຫານບັນດາລະບົບຂໍ້ມູນຂອງພາກລັດທີ່ສາມາດເປີດເຜີຍໄດ້ (Open Data Government), ລະບົບແລກປ່ຽນຂໍ້ມູນ (Government Data Exchange) ແລະ ລະບົບອື່ນໆ.
ທ່ານ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ມີຄຳເຫັນວ່າ: ຂໍ້ມູນມີຄວາມສໍາຄັນກັບທຸກຂະແໜງການ, ຖ້າບໍ່ມີຂໍ້ມູນທີ່ມີຄຸນນະພາບ ແລະ ປະສິດທິພາບ, ບໍ່ສາມາດເປັນຫລັກຖານ ແລະ ຕົວຊີ້ວັດໃນການນໍາມາເຖິງການຕັດສິນໃຈ ບໍ່ວ່າຈະເປັນການກໍານົດນະໂຍບາຍ ແລະ ການວາງແຜນ. ການຄຸ້ມຄອງຂໍ້ມູນກໍມີສິ່ງທ້າທາຍເປັນຕົ້ນແມ່ນໃນການຫລຸດຜ່ອນຄວາມແຕກໂຕນດ້ານດິຈິຕອນ, ຄວາມປອດໄພຂອງຂໍ້ມູນ, ການຈັດການຄຸ້ມຄອງຂໍ້ມູນສ່ວນບຸກຄົນ, ຈັນຍາບັນ ແລະ ຈັນຍາທໍາ ໃນການນໍາໃຊ້ຂໍ້ມູນເພື່ອວິເຄາະ. ສະນັ້ນ, ການສ້າງຄວາມອາດສາມາດໃນການເຂົ້າໃຈການນໍາໃຊ້ຂໍ້ມູນ ຈຶ່ງເປັນຄວາມຈໍາເປັນຂອງທຸກໆຂະແໜງການ.
ທັງນີ້ກໍເປັນໂອກາດອັນດີ ເພື່ອເປັນການແລກປ່ຽນຄວາມຮູ້ ແລະ ປະສົບການ ໃນສ້າງກອບການຄຸ້ມຄອງຂໍ້ມູນ, ເປັນການສ້າງຄວາມອາດສາມາດ, ເຮັດໃຫ້ລັດຖະກອນເຂົ້າໃຈຄວາມສໍາຄັນ, ສາມາດຖອດຖອນບົດຮຽນ ແລະ ປັບໃຊ້ໃນການພັດທະນາວຽກງານການສ້າງກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ຂອງ ສປປ ລາວ ໃນຕໍ່ໜ້າ ແລະ ຜົນຂອງກອງປະຊຸມຄັ້ງນີ້ຈະປະກອບໃສ່ເອກະສານການຄົ້ນຄວ້າການສຶກສາການຄຸ້ມຄອງຂໍ້ມູນຂອງ ສປປ ລາວ.

