EU ຕັ້ງເປົ້າໝາຍໃໝ່ ຫວັງໃຊ້ພະລັງງານໝູນວຽນເປັນແຫລ່ງຜະລິດ ພະລັງງານສະອາດສູງເຖິງ 42,5% ພາຍໃນປີ 2030

ບັນດາສະມາຊິກກຸ່ມປະເທດສະຫະພາບເອີຣົບ (EU) ຕັ້ງເປົ້າໝາຍໃໝ່ ຫວັງໃຊ້ພະລັງງານໝູນວຽນ (Renewable Energy) ເປັນແຫລ່ງຜະລິດພະລັງງານສະອາດ 42,5% ຂອງພະລັງງານທີ່ຜະລິດໄດ້ທັງໝົດໃນແຕ່ລະປະເທດພາຍໃນປີ 2030 ເຊິ່ງສະມາຊິກ EU ກໍາລັງພະຍາຍາມຢ່າງໜັກໃນການຫລຸດການປ່ອຍແກັສກາກບອນຈາກຂະແໜງເສດຖະກິດຂອງຕົນ ເພື່ອຮັບມືການປ່ຽນແປງຂອງສະພາບອາກາດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາສີຂຽວໃນເອີຣົບ ເພື່ອຫລີກລ່ຽງການອາໄສພະລັງງານຈາກປະເທດໃດປະເທດໜຶ່ງຫລາຍເກີນໄປ.

ໂດຍຜູ້ແທນທາງການທູດຂອງບັນດາປະເທດສະມາຊິກ EU ຈະພິຈາລະນາຂໍ້ຕົກລົງດັ່ງກ່າວອີກໃນວັນທີ 17 ພຶດສະພານີ້ ຫລັງເຄີຍໃຫ້ສັນຍາວ່າ: ຈະຊຸກຍູ້ບັນຫາດັ່ງກ່າວໃນລັດຖະສະພາເອີຣົບໃນທ້າຍເດືອນມີນາຜ່ານມາ.

ທັງນີ້, ຍັງຕ້ອງໄດ້ຮັບການຮັບຮອງຢ່າງເປັນທາງການຈາກບັນດາປະເທດສະມາຊິກ ແລະ ລັດຖະສະພາເອີຣົບອີກ ເຊິ່ງຈະເປັນຂັ້ນຕອນສໍາຄັນທີ່ຈະອະນຸມັດຂໍ້ຕົກລົງດັ່ງກ່າວນີ້ ໂດຍບໍ່ມີການປ່ຽນແປງແກ້ໄຂ.

ກ່ອນໜ້ານີ້, ສະມາຊິກ EU ເຫັນພ້ອມຈະໃຊ້ພະລັງງານໝູນວຽນເຂົ້າມາເປັນສ່ວນສໍາຄັນໃນການຜະລິດພະລັງງານສະອາດປະມານ 32% ຂອງແຕ່ລະປະເທດສະມາຊິກພາຍໃນປີ 2030 ກ່ອນຈະຂະຫຍາຍເປົ້າໝາຍໃໝ່ມາເປັນ 42,5% ເຖິງວ່າຜູ້ແທນຫລາຍປະເທດໃນ EU ຈະເຫັນພ້ອມໃຫ້ຂະຫຍາຍເປົ້າໝາຍຢູ່ລະດັບ 45% ກໍຕາມ.

ໃນຂະແໜງການຂົນສົ່ງ ປະເທດສະມາຊິກ EU ຈໍາເປັນຕ້ອງມີອັດຕາການໃຊ້ພະລັງງານໝູນວຽນບໍ່ຕໍ່າກວ່າ 29% ຫລື ສາມາດຫລຸດຄວາມເຂັ້ມຂອງແກັສເຮືອນແກ້ວຈາກຂະແໜງຂົນສົ່ງຂອງຕົນໄດ້ຢ່າງໜ້ອຍ 13%.

ຂະນະທີ່ຂະແໜງອຸດສາຫະກໍານັ້ນ ລັດຖະບານປະເທດສະມາຊິກ EU ຈໍາເປັນຕ້ອງເພີ່ມອັດຕາປະລິມານການໃຊ້ພະລັງງານໝູນວຽນປະມານ 1,6% ຕໍ່ປີ.

ນອກຈາກນີ້, ພາຍໃນປີ 2030 ໄຮໂດຣເຈນໃນຂະບວນການທາງອຸດສາຫະກໍາຂອງບັນດາສະມາຊິກ EU ຈະຕ້ອງມາຈາກແຫລ່ງພະລັງງານໝູນວຽນກເຖິງ 42% ກ່ອນຈະຂະຫຍາຍເພດານໃຫ້ສູງຂຶ້ນເປັນ 60% ພາຍໃນປີ 2035.

ແຕ່ຢ່າງໃດກໍຕາມ, ສະມາຊິກ EU ຍັງເຫັນພ້ອມໃຫ້ສາມາດຫລຸດເປົ້າໝາຍຂອງການໃຊ້ເຊື້ອໄຟໃນຂະແໜງອຸດສາຫະກໍາລົງໄດ້ປະມານ 20% ຖ້າປະເທດນັ້ນໆມີການຫລຸດການໃຊ້ໄຮໂດຣເຈນທີ່ຜະລິດໄດ້ຈາກພະລັງງານຟໍຊິລໃຫ້ໜ້ອຍກວ່າ 23% ໄດ້ພາຍໃນປີ 2030.

ຖືເປັນອີກໜຶ່ງຕົວຢ່າງໃນການວາງແຜນແນວທາງ ແລະ ຕັ້ງເປົ້າໝາຍໃໝ່ທີ່ມີຄວາມທ້າທາຍຍິ່ງຂຶ້ນ ເພື່ອຮັບມືວິກິດດ້ານສິ່ງແວດລ້ອມໂລກທີ່ມີທ່າອ່ຽງຮຸນແຮງ ແລະ ຍາວນານຍິ່ງຂຶ້ນໃນອະນາຄົດ.

ອ້າງອີງ:

https://www.reuters.com/…/eu-countries-finalise-425…/

https://energy.economictimes.indiatimes.com/…/100252600

https://energy.ec.europa.eu/…/renewable-energy-targets_en