ການບິນໄທ ກຽມຍຸບສາຍການບິນໄທສະມາຍໃນທ້າຍປີ 2023

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO) ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ ເຊິ່ງເປັນໜຶ່ງໃນແຜນປັບໂຄງສ້າງທຸລະກິດທີ່ຢູ່ໃນແຜນຟື້ນຟູກິດຈະການ, ໃນຂະນະທີ່ທາງບໍລິສັດກຽມນຳສະເໜີແຜນການຄວບລວມສາຍການບິນໄທ ແລະ ສາຍການບິນໄທສະມາຍ ຕໍ່ຄະນະກົມການເຈົ້າໜີ້ເພື່ອຂໍຄວາມເຫັນດີໃນອາທິດໜ້າ.
ຖ້າແຜນນີ້ຖືກອະນຸມັດ ທາງບໍລິສັດຈະຍົກເລີກສັນຍາເຊົ່າເຄືີ່ອງບິນ ແອບັດ A320 ກັບສາຍການບິນໄທສະມາຍ ຈໍານວນ 20 ລຳ, ຈາກນັ້ນຈະໂອນຍ້າຍເຄື່ອງບິນ 20 ລຳ ສູ່ ສາຍການບິນໄທ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີ 2023 ນີ້ ເນື່ອງຈາກໄທສະມາຍ ມີອັດຕາການໃຊ້ປະໂຫຍດຂອງເຄື່ອງບິນບໍ່ເຖິງ 9 ຊົ່ວໂມງ/ວັນ ຖືວ່າຕໍ່າ, ໃນຂະນະທີ່ການບິນໄທມີອັດຕາການໃຊ້ເຄື່ອງບິນສະເລ່ຍປະມານ 13 ຊົ່ວໂມງ/ວັນ ບາງກຸ່ມມີອັດຕາການໃຊ້ເຄື່ອງບິນສະເລ່ຍເຖິງ 16 ຊົ່ວໂມງ/ວັນ ເຊິ່ງຖືວ່າມີປະລິມານການໃຊ້ເຄື່ອງບິນທີ່ໜັກ, ຖ້າຍົກເລີກເຊົ່າເຄື່ອງບິນກັບສາຍການບິນໄທສະມາຍ ແລ້ວຈະເຮັດໃຫ້ບໍລິສັດມີການໃຊ້ຊັບສິນທີ່ມີປະສິດທິພາບຂຶ້ນ
ສຳລັບບໍລິສັດ ໄທ ສະມາຍສ້າງຂຶ້ນໃນປີ 2013 ທຶນຈົດທະບຽນ 1,800 ລ້ານບາດ ໂດຍມີບໍລິສັດການບິນໄທ ຖືຫຸ້ນ 100% ເຊິ່ງມີການຂາດທຶນມາຕະຫລອດຕັ້ງແຕ່ປີທຳອິດທີ່ສ້າງບໍລິສັດ ລວມທັງຄ່າເຊົ່າເຄື່ອງບິນ, ບໍລິການພາກພື້ນດິນ, ສະຖານທີ່ຈອດລົດ, ຄ່າປະກັນເຄື່ອງບິນ, ຄ່າຝຶກນັກບິນໃຊ້ເຄື່ອງບິນຈຳລອງ ແລະ ອາຫານຂຶ້ນເຄື່ອງບິນ
