ເຈົ້າແຂວງອັດຕະປື ເນັ້ນໃຫ້ເມືອງສາມັກຄີໄຊ ສຸມໃສ່ພັດທະນາຮອບດ້ານ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາ 2023 ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສາມັກຄີໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ ພ້ອມດ້ວຍຄະນະນຳຂອງເມືອງ.
ທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງສາມັກຄີໄຊ ໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະ 3 ເດືອນຜ່ານມາ ໂດຍສະເພາະ ໄດ້ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ເປັນແຜນດໍາເນີນງານ ແລະ ເປັນໂຄງການລະອຽດໃນແຕ່ຂົງເຂດວຽກງານ, ພ້ອມກໍານົດພາລະບົດບາດ, ແບ່ງຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກເມືອງນໍາພາ-ຊີ້ນໍາ, ຫັນລົງກໍ່ສ້າງຮາກຖານການເມືອງ ຕາມຂະແໜງການ, ໄດ້ເຜີຍແຜ່ຜົນສຳເລັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ, ພ້ອມທັງລົງຊຸກຍູ້ ໃນການຫ້າງຫາກະກຽມເຂົ້າສູ່ການຜະລິດລະດູຝົນ, ຫັນຈາກການປູກການລ້ຽງແບບເກົ່າບໍ່ມີຈຸດສຸມ, ມາເປັນກຸ່ມຜະລິດຂອງປະຊາຊົນທີ່ມີຈຸດສຸມ, ຊຸກຍູ້ບັນດາກຸ່ມການຜະລິດ ນໍາເອົານິຕິກໍາທີ່ສໍາຄັນ ເພື່ອໄປສຶກສາອົບຮົມໃຫ້ເປົ້າໝາຍ ແລະ ປະຊາຊົນກ່ຽວກັບການເຝົ້າລະວັງ ແລະ ຕອບຕ້ານພະຍາດລະບາດ, ເກັບກໍາຂໍ້ມູນຄອບຄົວ, ບ້ານທຸກຍາກ, ບ້ານພັດທະນາຕາມແຜນວາງໄວ້. ໃນນີ້, ວຽກງານກະສິກຳໄດ້ສຸມໃສ່ການຜະລິດ ເພື່ອຄ້ຳປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ເປັນຕົ້ນການຜະລິດເຂົ້ານາແຊງປະຕິບັດໄດ້ 122,39 ເຮັກຕາ, ການປູກພືດສະບຽງອາຫານ ປະຕິບັດ 135,2 ເຮັກຕາ, ການຂະຫຍາຍຝູງສັດລ້ຽງ ທົ່ວເມືອງມີສັດລ້ຽງທັງໝົດ 147.000 ໂຕ, ສາມາດສະໜອງຊີ້ນ, ປາ, ໄຂ່ໄດ້ທັງໝົດ 3.440 ກວ່າໂຕນ.
ສຳລັບການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປະຕິບັດ 11,5 ຕື້ກວ່າກີບ, ການຈໍລະຈອນສິນຄ້າປະຕິບັດໄດ້ 18 ຕື້ກວ່າກີບ. ການເກັບລາຍຮັບງົບປະມານປະຕິບັດທັງໝົດໄດ້ 4.299 ຕື້ກວ່າກີບ. ການລົງທຶນຂອງລັດ (ງົບປະມານປະຈຳປີ 2023) ໄດ້ສະເໜີໂຄງການທັງໝົດ 42 ໂຄງການ ລວມມູນຄ່າ 10,36 ຕື້ກວ່າກີບ. ການລົງທຶນເອກະຊົນພາຍໃນປະເທດ ແລະ ຕ່າງປະເທດໃນປີຜ່ານມາ ມີບໍລິສັດມາລົງທຶນພາຍໃນເມືອງທັງໝົດ 8 ບໍລິສັດ. ສ່ວນວຽກງານສຶກສາ ແລະ ກິລາ ອັດຕາການເຂົ້າຮຽນລວມຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມຕອນຕົ້ນ ເທົ່າກັບ 100%, ອັດຕາການເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍ ເທົ່າກັບ 91,9%.
ເລັດ ໄຊຍະພອນ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະນຳຂອງເມືອງ ໃຫ້ສຸມໃສ່ການຊີ້ນຳວຽກງານຮອບດ້ານ, ເພື່ອໃຫ້ເມືອງສາມັກຄີ ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ, ສິ່ງສຳຄັນຕ້ອງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມຂອງພັກ ແຕ່ລະຂັ້ນໃຫ້ເປັນແຜນງານ, ໂຄງການເປັນອັນລະອຽດ ເພື່ອສະດວກໃນການປະຕິບັດວຽກງານ ຂອງແຕ່ລະຂົງເຂດວຽກງານ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ສືບຕໍ່ສະຫຍາຍຕົວ, ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ 2 ວາລະແຫ່ງຊາດໄດ້ຮັບການຈັດຕັັ້ງປະຕິບັດຢ່າງຕັ້ງໜ້າ.

