ຕວກກີກຽມລົງຄະແນນຮອບ 2 ຫລັງບໍ່ມີຜູ້ຊີງຕໍາແໜ່ງປະທານາທິບໍດີຄົນໃດໄດ້ສຽງເກີນ 50% ໃນການເລືອກຕັ້ງ

ນອກຈາກໄທທີ່ມີການເລືອກຕັ້ງໃນວັນທີ 14 ພຶດສະພາ, ຢູ່ຕວກກີກໍໄດ້ເປີດຫີບເລືອກຕັ້ງປະທານາທິບໍດີເຊັ່ນດຽວກັນ, ແຕ່ຜົນອອກມາປາກົດວ່າ: ບໍ່ມີຜູ້ສະໝັກຊີງຕໍາແໜ່ງປະທານາທິບໍດີຄົນໃດໄດ້ຄະແນນສຽງຫລາຍກວ່າ 50% ເຮັດໃຫ້ຜູ້ສະໝັກທີ່ໄດ້ຄະແນນສູງສຸດ 2 ອັນດັບທໍາອິດຈະຕ້ອງຜະເຊີນໜ້າກັນອີກໃນການລົງຄະແນນສຽງຮອບ 2 ເຊິ່ງຈະມີຂຶ້ນໃນວັນທີ 28 ພຶດສະພາ ຫລື ອີກປະມານ 2 ອາທິດຕໍ່ໜ້າ.
ສໍາລັບຜົນບໍ່ເປັນທາງການຂອງການເລືອກຕັ້ງຄັ້ງນີ້, ປະທານາທິບໍດີ ເຣເຈບ ໄຕຍິບ ແອຣໂດອັນ ເປັນຜູ້ທີ່ມີຄະແນນນໍາສູງສຸດ ແລະ ໄດ້ຄະແນນໄປຫລາຍກວ່າທີ່ນັກວິເຄາະຄາດຄະເນໄວ້ກ່ອນໜ້ານີ້ ທ່າມກາງໄລຍະເວລາທີ່ທ່ານເລັ່ງຈະຄອງອໍານາດໃນຕວກກີໃຫ້ຍາວນານຕໍ່ໄປເຖິງ 20 ປີ, ແຕ່ເຖິງຢ່າງນັ້ນກໍຍັງບໍ່ໄດ້ຄະແນນເຖິງມາດຕະຖານທີ່ຈະຊະນະຂາດ.
ລາຍງານຈາກສໍານັກຂ່າວ Anadolu ຂອງຕວກກີ ລະບຸວ່າ: ປັດຈຸບັນການນັບຄະແນນດໍາເນີນໄປແລ້ວເກືອບ 97% ເຊິ່ງຜົນຄະແນນເບື້ອງຕົ້ນອອກມາວ່າ: ທ່ານ ແອຣໂດອັນ ມີຄະແນນ 49,39%. ຂະນະທີ່ຄູ່ແຂ່ງຄົນສໍາຄັນຄືທ່ານ ເຄມັລ ຄິລິກດາໂຣກລູ ຜູ້ລົງສະໝັກຊີງຕໍາແໜ່ງປະທານາທິບໍດີໃນຖານະຕົວແທນກຸ່ມພັນທະມິດ Nation Alliance ທີ່ປະກອບມີ 6 ພັກຝ່າຍຄ້ານ ລວມທັງພັກກາງຊ້າຍ CHP ເຊິ່ງທ່ານເປັນຫົວໜ້າພັກ ມີຄະແນນສຽງ 44,92%.
ສື່ຕ່າງປະເທດເບິ່ງວ່າ: ການເລືອກຕັ້ງປະທານາທິບໍດີຕວກກີໃນຄັ້ງນີ້ບໍ່ແມ່ນພຽງການຕັດສິນໃຈວ່າໃຜຈະໄດ້ຂຶ້ນມາເປັນຜູ້ນໍາປະເທດທີ່ມີປະຊາຊົນ 85 ລ້ານກວ່າຄົນເທົ່ານັ້ນ, ແຕ່ຍັງເປັນການແຂ່ງຂັນທີ່ຈະຊີ້ຊະຕາອີກວ່າ: ຕວກກີຈະໄດ້ກັບສູ່ເສັ້ນທາງທີ່ເປັນປະຊາທິປະໄຕເພີ່ມຂຶ້ນ ຫລື ບໍ່ ລວມທັງຕວກກີຈະແກ້ໄຂວິກິດຄ່າຄອງຊີບທີ່ເພີ່ມສູງຂຶ້ນແນວໃດ ແລະ ຈະແກ້ໄຂການພົວພັນອັນຊັບຊ້ອນລະຫວ່າງຣັດເຊຍ, ຕາເວັນອອກກາງ ແລະ ປະເທດຕາເວັນຕົກແນວໃດ.
ອ້າງອີງ:

