ສະຫວັນນະເຂດ ໃຫ້ຫົວໜ່ວຍທຸລະກິດເກັບຊື້ – ຂາຍ ເຫຼັກເສດ ຢຸດໂຈະຊົ່ວຄາວ 71 ຫົວໜ່ວຍ ແລະ ບໍ່ໄດ້ເຮັດບົດບັນທຶກ 10 ຫົວໜ່ວຍ

ວັນທີ 11 ພຶດສະພາ 2023 ຜ່ານມາ, ກອງປະຊຸມປຶກສາຫາລື ຄະນະກໍາມະການ ຄຸ້ມຄອງ ແລະ ດັດສົມ ຫົວໜ່ວຍທຸລະກິດ ຮ້ານຮັບຊື້ – ຂາຍ ເຫຼັກເສດ, ເສດໂລຫະໃນທົ່ວແຂວງສະຫວັນນະເຂດ ເປັນປະທານກອງປະຊຸມ ຂອງທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານເສດຖະກິດ ທັງເປັນປະທານ ຄະນະກໍາມະການ ຄຸ້ມຄອງ ແລະ ດັດສົມທຸລະກິດ ກ່ຽວກັບການເກັບຊື້ເຫຼັກເສດ, ເສດໂລຫະ ຂັ້້ນແຂວງ
ກອງປະຊຸມ ໄດ້ສະຫຼຸບ ລາຍງານຜົນຂອງການຈັດຕັ້ງປະຕິບັດຕົວຈິງ ໃນການລົງເກັບກໍາຂໍ້ມູນ ພ້ອມທັງເຮັດບົດບັນທຶກ ກັບບັນດາຫົວໜ່ວຍທຸລະກິດ ທີ່ເກັບຊື້ – ຂາຍ ເຫຼັກເສດ, ເສດໂລຫະໃນທົ່ວແຂວງສະຫວັນນະເຂດ ໃຫ້ຢຸດໂຈະຊົ່ວຄາວ ໄດ້ຈໍານວນ 71 ຫົວໜ່ວຍ ແລະ ບໍ່ໄດ້ເຮັດບົດບັນທຶກ 10 ຫົວໜ່ວຍ.
ໃນກອງປະຊຸມ ໄດ້ປຶກສາຫາລື ເປັນເອກກະພາບກັນ ວາງທິດທາງແຜນການຈັດຕັ້ງປະຕິບັດ ໃນການຄຸ້ມຄອງ ແລະ ດັດສົມ ບັນດາຫົວໜ່ວຍທຸລະກິດ ເກັບຊື້ – ຂາຍ ເຫຼັກເສດ, ເສດໂລຫະໃນທົ່ວແຂວງສະຫວັນນະເຂດ ເຊິ່ງຕົກລົງໃຫ້ບັນດາຫົວໜ່ວຍທຸລະກິດ ເກັບຊື້ – ຂາຍ ເຫຼັກເສດ, ເສດໂລຫະໃນທົ່ວແຂວງສະຫວັນນະເຂດ ຢຸດໂຈະການເກັບຊື້ຊົ່ວຄາວ ຕາມບົດບັນທຶກ ຂອງຄະນະກໍາມະການ ທີ່ໄດ້ລົງຈັດຕັ້ງປະຕິບັດໄປແລ້ວ,ມອບໃຫ້ກອງເລຂາ ສັງລວມ ສະຖິຕິຕົວເລກ ບັນດາ ຮ້ານຈໍາໜ່າຍ ເຫຼັກເສດ ທົ່ວແຂວງ ເພື່ອສະເໜີປະທານ ພິຈາລະນາ ຄົ້ນຄວ້າ ໃຫ້ຍຸບເລີກ ແລະ ຮື້ຖອນ,ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນໃຈກາງ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການອອກ ເອກກະສານ ແຈ້ງຂື້້ນທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນກິດຈະການ ແລະ ເອກກະສານອື່ນໆ ໃຫ້ຖືກຕ້ອງ
ບຸກຄົນ, ນິຕິບຸກຄົນ ທີ່ຢາກປະກອບອາຊີບ ຮັບເກັບຊື້ – ຂາຍເຫຼັກເສດ, ເສດໂລຫະ ແມ່ນຕ້ອງສະເໜີຜ່ານການນໍາຂັ້ນເມືອງ/ນະຄອນໄກສອນ ເຊັນຢັ້ງຢືນເສຍກ່ອນ ແລ້ວຈຶ່ງປະກອບເອກກະສານ ທີ່ພະແນກອຸດສາຫະກຳ ແລະ ການຄ້າ ຕາມລະບຽບການ ແລະ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ການຄຸ້ມຄອງ ທຸລະກິດ ເກັບຊື້ – ຂາຍ ເຫຼັກເສດ, ເສດໂລຫະໃນທົ່ວແຂວງສະຫວັນນະເຂດ ໂດຍອີງໃສ່ກົດໜາຍ, ລະບຽບການ ຈາກຂະແໜງການທີ່ກ່ຽວຂ້ອງ ໂດຍເນັ້ນໃສ່ມາດຖານເງື່ອນໄຂຄື: ຕ້ອງມີສະຖານທີ່ກວ້າງຂວາງສາງເກັບມ້ຽນ, ຕ້ອງມີກ້ອງວົງຈອນປິດ, ເວລາຊື້- ຂາຍ ຕ້ອງມີການບັນທຶກທຸກຄັ້ງ, ມີຂໍ້ຫ້າມ ແລະ ມີມາດຕະການ ຜູ້ທີ່ລະເມີດ ເພື່ອສະເໜີການນໍາຂັ້ນແຂວງ ອອກຂໍ້ຕົກລົງ.

