ທ່ານ ສົງການ ຫຼວງມຸນິນທອນ ຍື່ນສານຕາຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສ ເກົາຫລີ

ວັນທີ 12 ພຶດສະພາ 2023 ຜ່ານມາ, ສຳນັກງານປະທານາທິບໍດີ (MND Convention Yongsan) ນະຄອນຫຼວງເຊອູນ ສ ເກົາຫຼີ ທ່ານ ສົງການ ຫຼວງມຸນິນທອນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຢຸນ ຊັອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດເກົາຫຼີ (ສ ເກົາຫຼີ) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສ ເກົາຫຼີ.

ໃນໂອກາດດັ່ງກ່າວ ທ່ານ ສົງການ ຫຼວງມຸນິນທອນ ໄດ້ນໍາເອົາຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ຢຸນ ຊັອກ ຢອນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ເພື່ອນມິດທຸກຖ້ວນໜ້າ.

ໂອກາດນີ້ ທ່ານ ເອກອັກຄະລັດຖະທູດ ສົງການ ຫຼວງມຸນິນທອນ ໄດ້ເຊື້ອເຊີນ ພະນະທ່ານ ຢຸນ ຊັອກ ຢອນ ຢ້ຽມ ຢາມ ສປປ ລາວ ທີ່ຈະເປັນເຈົ້າພາບຈັດກອງປະຊຸມສຸດ ຍອດອາຊຽນ ໃນປີ 2024 ເຊິ່ງກົງກັບປີສະເຫຼີມສະຫຼອງການຮ່ວມມືອາຊຽນ-ເກົາຫຼີ (ASEAN- ROK) ຄົບຮອບ 35 ປີ ພ້ອມດຽວກັນນີ້ ທ່ານທູດກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງໄດ້ຕີລາ ຄາສູງຕໍ່ ຜົນສຳເລັດຂອງການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວລາທີສາກົນ ພ້ອມທັງການຊ່ວຍເຫຼືອທີ່ມີຄຸນຄ່າຈາກລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວໃນໄລຍະຜ່ານມາ.

ທ່ານ ສົງການ ຫຼວງມຸນິນທອນ ຍັງໄດ້ ສະແດງຄວາມຂອບ ໃຈຕໍ່ຄຳເວົ້າອັນຈົບງາມຂອງພະນະທ່ານປະທານາທິບໍດີ ທີ່ມີຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສອງ ປະເທດ ແລະ ໄດ້ອວຍພອນໃຫ້ພະນະທ່ານປະທານາທິບໍດີ ຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ ວຽກງານອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ ໃນການ ນໍາພາປະເທດຊາດ ແລະ ປະຊາຊົນ ສ.ເກົາຫຼີ ໄປສູ່ ຄວາມ ຈະເລີນຮຸ່ງເຮືອງ.

ໂອກາດນີ້ ທ່ານ ຢຸນ ຊັອກ ຢອນ ໄດ້ສະແດງຄວາມຊົມ ເຊີຍຕໍ່ ທ່ານ ສົງການ ຫຼວງມຸນິນທອນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແຫນ່ງເປັນເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນ ສຳເລັດໃນການປະຕິບັດຫນ້າທີ່ວຽກງານການທູດຂອງຕົນຢູ່ ສ ເກົາຫຼີ.