ໄທ ເປີດການເລືອກຕັ້ງທົ່ວປະເທດ ຢ່າງເປັນທາງການ

ວັນທີ 14 ພືດສະພາ 2023 ນີ້,​ ໄທ ​ເປີດ​ການ​ເລືອກ​ຕັ້ງ ສະມາຊິກສະພາຜູ້​ແທນ​ ລາສະ​ດອນ (ສສ) ຊຸດ​ໃໝ່ ທົ່ວ​ປະ​ເທດ​ຢ່າງ​ເປັນ​ທາງ​ການ ເລີ່​ມ​ແຕ່​ ເວລາ 8​ :00ໂມງ​ ຫາ 17​:00 ໂມງ,​ ໂດຍ​ມີສະຖານທີ່ບ່ອນບັດ ທັງໝົດ 95.000 ແຫ່ງ ທົ່ວປະເທດ.

ໃນໂອກາດນີ້ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທ ແລະ ແຄນດິເດດນາຍົກລັດຖະມົນຕີໄທ ໃນສະໄໝນີ້ໄດ້ອອກມາໃຊ້ສິດໃນການເລືອກຕັ້ງ ຢູ່ເຂດບາງກອກ ແລະ ມີປະຊາຊົນທົ່ວປະເທດອອກມາເຕົ້າໂຮມກັນເພື່ອໃຊ້ສິດໃນເຂດເລືອກຕັ້ງທີ່ກຳນົດໄວ້ຢ່າງເປັນຂະບວນຟົດຟື້ນ.

ສຳລັບ ຜົນການເລືອກຄັ້ງດັ່ງກ່າວ ປະຊາຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ສາມາດຕິດຕາມ ຜົນ​ການ​ເລືອກ​ຕັ້ງ ຜ່ານ

 www.ectreport.com/by-province ຊຶ່ງ​ເປັນ​ເວັບ​ໄຊທີ່ ຄະນະ​ກຳມະການ ເລືອກຕັ້ງໄທ(EC) ​ເປີດ​ໃຫ້​ປະ​ຊາ​ຊົນສາມາດ ຕິດຕາມ​ຜົນ​ຄະ​ແນນການ​ເລືອກ​ຕັ້ງ ສສ ​ໃນ​ປີ​ນີ້ຂອບເຂດທົ່ວປະເທດໂດຍຜົນການນັບຄະແນນລາຍ​ງານ​ທັງ​ໝົດ 77 ​ແຂວງພ້ອມ​ກັນປະ​ເມີນ​ເປັນ​ເປີ​ເຊັນວ່າ​ ຜົນ​ການ​ນັບ​ຄະ​ແນນ ​ແຕ່ລະ​ໄລຍະຈະ​ມີ​ຄວາມໂປ່ງໃສ, ​ແນ່ນ​ອນ ແລະ ຊັດ​ເຈນຕໍ່ສາຍຕາປະຊາຊົນ.

ສຳລັບ ​ເລື່ອງ​ຂອງຄວາມສະດວກ ​ແລະ ​ປອດ​ໄພ ​ໄດ້​ມີ​ການວາງ​ລະບົບຮັບຮອງ​ຜູ້​ເຂົ້າ​ໃຊ້​ງານພ້ອມ​ກັນ ​ສູງ​ເຖິງ 1 ລ້ານ​ເທື່ອ​ ຕໍ່​ນາທີ ​ແຕ່​ຖ້າ​ເກີນ​ກວ່າ​ນີ້ຈະ​ມີ​ການ​ຂະຫຍາຍ​ການ​ຮອງ​ຮັບ​ໂດຍ​ອັດຕະ​ໂນ​ມັດ.

 

ຂໍ້ມູນຈາກ:ສຳນັກຂ່າວAFP