ຂ່າວຕ່າງປະເທດລາຍງານວ່າ: ທ່ານ ເດວິດ ມັນພາສ ປະທານທະນາຄານໂລກລະບຸວ່າ ບັນດາຜູ້ກຳນົດນະໂຍບາຍຂອງກຸ່ມຈີ 7 (G7) ຈຳເປັນຕ້ອງຄິດເຖິງຄວາມຈຳເປັນອັນຮີບດ່ວນໃນການຈັດການກັບບັນຫາໜີ້ສິນໃນກຸ່ມປະເທດກຳລັງພັດທະນາ ແລະ ຄວນປຶກສາຫາລືແນວທາງໃນການສ້າງຄວາມໂປ່ງໃສໃຫ້ຫຼາຍຂຶ້ນ.
ທ່ານ ເດວິດ ມັນພາສ ກ່າວເຖິງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງຂອງສະມາຊິກ G7 ທີ່ເມືອງນີງາຕະ ປະເທດຍີ່ປຸ່ນ ໃນອາທິດຜ່ານມາວ່າ: ສິ່ງທີ່ທ່ານຫວັງໄວ້ວ່າຈະສາມາດປຶກສາຫາລືກັນໄດ້ໃນກອງປະຊຸມ G7 ກ່ຽວກັບບັນຫາໜີ້ສິນກໍຄື ຄວາມຈໍາເປັນທີ່ຈະຕ້ອງປັບໂຄງສ້າງໜີ້ໃຫ້ສຳເລັດໂດຍໄວທີ່ສຸດ ແລະ ກ່າວຕື່ມວ່າ ການຂະຫຍາຍຕົວທີ່ເຊື່ອງຊ້າຂອງປະເທດກຳລັງພັດທະນາມີຜົນກະທົບໄປທົ່ວໂລກໃນດ້ານຂອງຄວາມທຸກຍາກຂອງມະນຸດ ແລະ ໃນດ້ານຂອງການຍ້າຍຖິ່ນຖານ. ຜູ້ໃຫ້ສິນເຊື່ອທັງພາກລັດ ແລະ ເອກະຊົນຕ່າງກໍພະຍາຍາມຫາຈຸດເຄິ່ງກາງຮ່ວມກັບປະເທດທີ່ພົບກັບບັນຫາໃນການກູ້ຢືມເງິນເຊັ່ນ: ສີລັງກາ, ຊຳບີ, ເອທິໂອປີ ແລະ ການາ ຊຶ່ງຂະນະນີ້, ປະເທດທີ່ມີລາຍໄດ້ໜ້ອຍກວ່າ 70 ປະເທດກຳລັງປະເຊີນກັບພາລະໜີ້ສິນລວມ 3,26 ແສນລ້ານໂດລາ ໂດຍຈຳນວນກວ່າເຄິ່ງໜຶ່ງຂອງປະເທດດັ່ງກ່າວນັ້ນຢູ່ໃນພາວະທີ່ເປັນໜີ້ແລ້ວ ຫຼື ໃກ້ຈະພົບກັບບັນຫາໜີ້ສິນ.
ບັນຫາດັ່ງກ່າວມີທ່າອ່ຽງວ່າ ຈະມີການປຶກສາຫາລືກັນໃນກອງປະຊຸມກຸ່ມປະເທດ G7 ໂດຍກອງປະຊຸມໃນປີນີ້ມີໂຕແທນຈາກປະເທດເສດຖະກິດເກີດໃໝ່ເຊັ່ນ: ອິນເດຍ, ອິນໂດເນເຊຍ ແລະ ເບຣຊິນ ໄດ້ຖືກເຊີນໃຫ້ເຂົ້າຮ່ວມປະຊຸມດ້ວຍ.