ສປ ຈີນ ປາບປາມການລັກລອບ ຄ້າໄມ້ເຖື່ອນ

ສຳນັກຂ່າວຊິນຮວາລາຍງານ, ວັນທີ 10 ພຶດສະພາ 2023 ຜ່ານມາ, ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຈີນ ໄດ້ເກັບກູ້ຄືນ ແລະ ປົກປ້ອງຕົ້ນໄມ້ເນື້ອແຂງ ອາຍຸເກົ່າແກ່ ແລະ ຫາຍາກ ຈຳນວນ 530 ຕົ້ນ ນັບຕັ້ງແຕ່ ມີການດຳເນີນ ໂຄງການຕໍ່ຕ້ານ ການລັກລອບ ຄ້າຕົ້ນໄມ້ ບູຮານ ແລະ ຫາຍາກ ເມື່ອເດືອນກັນຍາປີກາຍ ຜ່ານມາ. ໂດຍກະຊວງ ຄວາມໝັ້ນຄົງ ແລະ ສາທາລະນະຂອງ ຈີນ ລະບຸວ່າ: ໜ່ວຍງານຄວາມໝັ້ນຄົງ ສາທາລະນະໄດ້ສືບສວນ ແລະ ແກ້ໄຂຄະດີ ອາຍາ 135 ຄະດີ, ຊຶ່ງນໍາໄປສູ່ ການຈັບກຸມຜູ້ຕ້ອງສົງໄສ ຫລາຍກວ່າ 360 ຄົນ ໃນຄະດີທີ່ກ່ຽວຂ້ອງ ກັບການລັກລອບຕັດໄມ້, ທຳລາຍ, ຊື້, ຂົນສົ່ງໄມ້ ແປຮູບ ລວມເຖິງ ຈຳໜ່າຍ ຕົ້ນໄມ້ບູຮານ ແລະ ຕົ້ນໄມ້ຫາຍາກ. ນອກນັ້ນ, ກະຊວງກ່ຽວຂ້ອງ ຍັງອອກປະຕິບັດການຮ່ວມ ດັ່ງກ່າວກັບກະຊວງການເຄຫາ ແລະ ການພັດທະນາ ຕົວເມືອງ, ຊົນນະບົດ ແລະ ສຳນັກບໍລິຫານ ປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດ ຂອງຈີນ.

