ຜູ້ນຳຍີ່ປຸ່ນ-ອິນເດຍຈະວາງສີລາລືກ ລົດໄຟຫົວກະສຸນໂຄງການທຳອິດ ຂອງອິນເດຍ

ນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ແລະ ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຂອງອິນເດຍ ຈະວາງສີລາລືກລົດໄຟຫົວກະສຸນໂຄງການທຳອິດຂອງອິນເດຍ ໃນວັນທີ 14 ກັນຍານີ້ ເຊິ່ງຈະບາດກ້າວກະໂດດສຳຄັນຂອງລະບົບລົດໄຟອິນເດຍ.
ນາຍົກລັດຖະມົນຕີ ໂມດີ ແລະ ນາຍົກລັດຖະມົນຕີ ອາເບະ ຈະວາງສີລາລືກລົດໄຟຫົວກະສຸນໂຄງການທຳອິດຂອງອິນເດຍໃນວັນທີ 14 ກັນຍານີ້ ຢູ່ເມືອງອາເມດາບັດ ເມືອງໃຫຍ່ທີ່ສຸດ ແລະ ອະດີດເມືອງເອກຂອງລັດຄຸຊະຣາດ ທາງຕາເວັນຕົກຂອງອິນເດຍ ເຊື່ອມກັບນະຄອນມຸມໄບ ເມືອງຫລວງທາງເສດຖະກິດຂອງປະເທດ, ລົດໄຟສາມາດສ້າງຄວາມໄວໄດ້ສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ ຫຼື ກວ່າສອງເທົ່າຂອງລົດໄຟໄວທີ່ສຸດໃນອິນເດຍ, ຫຼຸດເວລາເດີນທາງລົງຈາກ 8 ຊົ່ວໂມງເຫຼືອພຽງ 3 ຊົ່ວໂມງເຄິ່ງ, ໃຫ້ບໍລິການຜູ້ໂດຍສານໄດ້ສູງສຸດຖ້ຽວລະ 750 ຄົນ, ໂຄງການລົດໄຟຄວາມໄວສູງໄລຍະທາງ 508 ກິໂລແມັດນີ້ມີການລົງນາມໃນປີກ່ອນ ຄາດວ່າຈະໃຫ້ບໍລິການໄດ້ພາຍໃນເດືອນທັນວາ 2023 ມູນຄ່າການກໍ່ສ້າງທັງໝົດ 19.000 ລ້ານໂດລາສະຫະລັດ 85% ຈະມາຈາກເງິນກູ້ດອກເບ້ຍຕໍ່າຂອງລັດຖະບານຍີ່ປຸ່ນ, ມີໄລຍະເວລາຊຳລະຄືນ 50 ປີ.
ນັກວິເຄາະຢູ່ອິນເດຍເຫັນວ່າ: ອິນເດຍຮັດແໜ້ນການພົວພັນກັບຍີ່ປຸ່ນຫວັງຄັດຄ້ານອິດທິພົນຄວາມເປັນໃຫຍ່ຂອງຈີນ ເພາະນອກຈາກມີການຮ່ວມມືທາງເສດຖະກິດແລ້ວ ຍັງມີການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຊ້ອມຮົບກັນຢູ່ສະເໝີ. ປັດຈຸບັນມີບໍລິສັດຍີ່ປຸ່ນລົງທຶນຢູ່ອິນເດຍຫລາຍກວ່າ 1.500 ແຫ່ງ.

