ລາຂາດບານເຕະ, ໂຕແທນສ່ວນຕົວຢືນຢັນ ແກເຣັດ ເບລ ບໍ່ກັບມາຫລິ້ນອີກແນ່ນອນ

ໂຕແທນສ່ວນຕົວຂອງ ແກເຣັດ ເບລ ຢືນຢັນວ່ານັກເຕະລາຍນີ້ຈະບໍ່ຫວນກັບມາຫລິ້ນບານເຕະອາຊີບອີກເທື່ອຫນຶ່ງ ເນື່ອງຈາກສະພາບຮ່າງກາຍບໍ່ໄຫວແລ້ວ ແລະ ຕອນນີ້ຊີວິດກໍມີຄວາມສຸກດີແລ້ວ.
ເບລ ອາຍຸ 33 ປີ ປະກາດແຂວນສະຕັດໄປເມື່ອເດືອນມັງກອນຂອງປີນີ້ ເຊິ່ງເປັນໄລຍະຫລັງຈາກຈົບພາລະກິດກັບທີມຊາດໃນບານເຕະໂລກ 2022 ໂດຍນັກເຕະກັບສະໂມສອນ ລອສ ແອນເຈລິສ ເອຟຊີ ແຫ່ງເມເຈີລີກ ສະຫະລັດ ອາເມລິກາ ເປັນສະໂມສອນສຸດທ້າຍ.
ໂດຍຫລ້າສຸດ ເຣັກແຮມ ສະໂມສອນໃນເວລ ເຊິ່ງຫາກໍຄວ້າແຊ໊ມເນຊັນແນລ ລີກ ອັງກິດ ແລະ ຈະເລື່ອນຊັ້ນສູ່ລີກ ທູ ໃນລະດູການໜ້າ ສະແດງທ່າທີຢາກໃຫ້ ເບລ ກັບມາຫລິ້ນບານເຕະອາຊີບອີກເທື່ອຫນຶ່ງ ເພື່ອມາເປັນນັກເຕະໃນສັງກັດ.
ໂຈນາທານ ບາເນັດ ໂຕແທນສ່ວນຕົວຂອງ ເບລ ກ່າວວ່າ : “ ລາວປະສົບຄວາມສຳເລັດທຸກຢ່າງເທົ່າທີ່ຕ້ອງການແລ້ວ ໄລຍະຫລັງມານີ້ລາວຕ້ອງປະເຊີນຄວາມລຳບາກໃນເລື່ອງສະພາບຮ່າງກາຍ ຕອນນີ້ລາວເອງກໍມີຊີວິດທີ່ດີຫລາຍ ໄດ້ໃຊ້ເວລາກັບຄອບຄົວ ແລະ ນັ້ນເປັນສິ່ງທີ່ລາວຕ້ອງການ ”.
ສຳລັບ ເຣັກແຮມ ຕອນນີ້ ມີ 2 ນັກສະແດງຮໍລີວູດຢ່າງ ໄຣອັນ ເຣໂນລ ແລະ ຣ໊ອບ ແມັກເອລເຮນນີ ເປັນເຈົ້າຂອງຮ່ວມກັນຢູ່ ໂດຍບາເນັດ ບອກວ່າຍັງບໍ່ໄດ້ມີການເວົ້າຈາທັງຄູ່ໃນເລື່ອງຂອງ ເບລ ແຕ່ຢືນຢັນວ່າ ແນວໃດ ເບລ ກໍຈະບໍ່ຫວນຄືສະໜາມແນ່ນອນ.

