ຜູ້ນໍາອາຊຽນອອກຖະແຫລງການຮຽກຮ້ອງຢຸດຕິຄວາມຮຸນແຮງໃນມຽນມາ ເປີດທາງເຈລະຈາສັນຕິພາບ

ຜູ້ນໍາອາຊຽນອອກຖະແຫລງການຮ່ວມພາຍຫລັງກອງປະຊຸມສຸດຍອດຄັ້ງທີ 42 ຢູ່ເມືອງລາບວນ ບາໂຈ (Labuan Bajo) ຂອງອິນໂດເນເຊຍ ໃນວັນທີ 10 ພຶດສະພາ ໂດຍຮຽກຮ້ອງໃຫ້ຢຸດສະຖານະການຄວາມຮຸນແຮງໃນມຽນມາ ພ້ອມເປີດທາງສໍາລັບການໃຊ້ການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ມີການເຈລະຈາລະດັບຊາດທີ່ຄວບຄຸມເພື່ອຢຸດບັນຫາ.
ກອງປະຊຸມອາຊຽນຄັ້ງນີ້ມີຂຶ້ນທ່າມກາງສະຖານະການສູ້ຮົບໃນມຽນມາທີ່ທະວີຄວາມຮຸນແຮງຂຶ້ນ ໂດຍກອງທັບມຽນມາເພີ່ມການໂຈມຕີທັງທາງບົກ ແລະ ທາງອາກາດຕໍ່ກອງກໍາລັງຝ່າຍຕໍ່ຕ້ານ ແລະ ກອງກໍາລັງຊົນກຸ່ມນ້ອຍ.
ນອກຈາກນີ້, ຖະແຫລງການຂອງຜູ້ນໍາອາຊຽນ ຍັງປະນາມການກໍ່ເຫດໂຈມຕີຂະບວນລົດຂອງກຸ່ມນັກການທູດອາຊຽນ ແລະ ເຈົ້າໜ້າທີ່ຊ່ວຍເຫລືອດ້ານມະນຸດສະທໍາທີ່ເກີດຂຶ້ນໃນລັດສານທ້າຍອາທິດຜ່ານມາ ໂດຍເນັ້ນວ່າຜູ້ທີ່ກໍ່ເຫດຕ້ອງຮັບຜິດຊອບ.
ທັງນີ້, ບັນຫາສະຖານະການຢູ່ມຽນມາຖືເປັນໜຶ່ງໃນບັນຫາສໍາຄັນຂອງກອງປະຊຸມຜູ້ນໍາອາຊຽນຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດຂອງປີ ແລະ ຈະສິ້ນສຸດໃນວັນທີ 11 ພຶດສະພາ ໂດຍປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນເຊຍ ໃນຖານະປະທານອາຊຽນຄົນປັດຈຸບັນ ຍັງຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນຮ່ວມມືກັນເພື່ອຮັບມືຕໍ່ຄວາມທ້າທາຍໃນພາກພື້ນ.
ອ້າງອີງ:

