ມີແຕ່ຂັບລົດເປັນ ແຕ່ພັດຍັງມີຜູ້ບໍ່ຊ່າງຂັບຂີ່ລົດ ເລີຍແຫກກົດນຳມາສູ່ອຸບັດເຫດ

ອຸບັດເຫດ ເປັນສິ່ງທີ່ສັງຄົມລາວພົບພໍ້ຢູ່ເປັນປະຈຳ ເກືອບບໍ່ເວັ້ນແຕ່ລະມື້ ເຊິ່ງມີຜູ້ໃຊ້ເຟສບຸກ ຫລາຍທ່ານລວມທັງ ເຈົ້າໜ້າທີ່ກູ້ໄພ ໄດ້ລົງຂ່າວລົງຄລິບ ອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນຫລວງ ທັງຢູ່ນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆທົ່ວປະເທດກ່ຽວກັບເຫດລົດຕຳກັນ, ລົດປີ້ນ, ລົດຕຳຄົນ,ລົດຢຽບຄົນ ແລະ ອື່ນໆ ໃຫ້ສັງຄົມໄດ້ຮັບຮູ້ ຊຶ່ງໄດ້ສົ່ງຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນເປັນຈຳນວນຫລາຍ.
ອຸບັດເຫດທີ່ເກີດຂຶ້ນນີ້ກໍມີທັງສາເຫດໃນຕົວ ແລະ ນອກຕົວຂອງຜູ້ຂັບຂີ່, ຊຶ່ງເວົ້າໄດ້ວ່າ ຄົນສ່ວນໃຫຍ່ແມ່ນ ຂັບລົດເປັນ ແຕ່ພັດບໍ່ຮູ້ຂັບລົດ.
ໃນສະພາບການຂັບຂີ່ຢູ່ບ້ານເຮົາໃນປັດຈຸບັນນີ້ ຜູ້ຂັບຂີ່ຍວດຍານພາຫະນະມີຫຼາຍລະດັບແຕກຕ່າງກັນ ມີທັງເດັກນ້ອຍອາຍຸບໍ່ທັນເຖິງກະສຽນ,ຊາຍໜຸ່ມ-ຍິງສາວ, ໄວກາງຄົນ ຈົນຮອດຜູ້ອາຍຸສູງ ຜູ້ມີ ແລະ ບໍ່ມີໃບອະນຸຍາດຂັບຂີ່ ນັບມື້ມີຫລາຍຂຶ້ນ ເມື່ອຂັບລົດເປັນກໍໄປມາໄດ້ ແຕ່ໃນນີ້ຈະມີຜູ້ທີ່ຮູ້ຂັບແທ້ໆນັ້ນເຫັນວ່າມີໜ້ອຍ ການຂັບລົດເປັນກໍພຽງແຕ່ຮູ້ຕິດຈັກລົດ ຮູ້ເຂົ້າເລກ ປົດເລກ ຮູ້ບັນຊາຄັນເລັ່ງ ບັນຊາພວງມາໄລລົດໄດ້ ພຽງເທົ່ານີ້ກໍຂັບໄປ-ມາໄດ້ແລ້ວ.
ເຮົາຈະເຫັນເລື້ອຍໆເຖິງມາລະຍາດຂອງຜູ້ໃຊ້ລົດໃຊ້ຖະໜົນປັດຈຸບັນນີ້ເລີ່ມເປັນຕາຢ້ານຫຼາຍ ຕ່າງຄົນກໍຕ່າງໄປ ບໍ່ສົນໃຈນຳປ້າຍຫ້າມປ້າຍເຕືອນ ບໍ່ສົນໃຈນຳຄົນຂ້າມທາງ, ບໍ່ໃຫ້ກຽດບໍ່ເຄົາລົບສິດລະຫວ່າງຜູ້ຂັບຂີ່ດ້ວຍການລວມທັງຄົນຍ່າງຕາມທາງ ມັກແຊງຂຶ້ນໜ້າທາງເບື້ອງຂວາມືຊຶ່ງເປັນສິ່ງທີ່ບໍ່ຖືກຕ້ອງ ຍ້ອນແນວນີ້ຈຶ່ງພາໃຫ້ເກີດອຸບັດເຫດໄດ້ໂດຍງ່າຍ.
ການທີ່ຄົນຜູ້ໜຶ່ງຈະຮູ້ຂັບລົດຢ່າງປອດໄພ ມີຄວາມຮັບຜິດຊອບຕໍ່ລະບຽບການສັນຈອນທາງບົກນັ້ນແມ່ນຢາກຫຼາຍ ເພາະຕ້ອງໄດ້ຜ່ານການຮຽນຮູ້ລະບຽບການສັນຈອນ, ຮຽນຮູ້ວິທີການຂັບລົດຢ່າງປອດໄພ, ຮຽນຮູ້ເຄົາລົບສິດ, ການຊ່ວຍເຫລືອຄົນອື່ນ, ບັນດາປ້າຍຫ້າມ, ການແຊງຂຶ້ນໜ້າທີ່ປອດໄພ ແລະ ອື່ນໆທີ່ກ່ຽວຂ້ອງກັບການຂັບລົດຢ່າງມາກມາຍ ສຸດທ້າຍກໍແມ່ນຄົນຜູ້ນັ້ນຕ້ອງຜ່ານການສອບເສັງເອົາໃບອະນຸຍາດການຂັບຂີ່ (ໃບຂັບຂີ່), ໂດຍຜ່ານໂຮງຮຽນ ຫລື ສະຖາບັນສອນຂັບລົດໃດໜຶ່ງທີ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງເສຍກ່ອນຈຶ່ງສາມາດຂັບລົດໄດ້ ບໍ່ແມ່ນວ່າຂັບເປັນແລ້ວກໍ່ໄປ.
ນອກຈາກຂັບເປັນແລ້ວຕ້ອງຮູ້ຈັກຂັບ ຮູ້ຮັບຜິດຊອບຕໍ່ໜ້າລະບຽບກົດໝາຍບ້ານເມືອງ ລະບຽບການສັນຈອນທາງບົກຢ່າງຄັກແນ່ ຈຶ່ງຈະນຳໃຊ້ລົດໃຊ້ຖະໜົນຢ່າງມີຄວາມປອດໄພ ເຮັດໃຫ້ບັນຫາສັງຄົມຫລຸດໜ້ອຍຖອຍລົງ.

