ຍີ່ປຸ່ນກຽມເປີດສໍານັກງານປະສານງານ NATO ແຫ່ງທໍາອິດໃນອາຊີຢູ່ໂຕກຽວ

ທ່ານ ໂຄຈິ ໂທມິຕະ (Koji Tomita) ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາອາເມລິກາ ເປີດເຜີຍໃນວັນທີ 9 ພຶດສະພາວ່າ: ລັດຖະບານຍີ່ປຸ່ນກໍາລັງຢູ່ລະຫວ່າງດໍານີນງານເພື່ອກຽມເປີດສໍານັກງານປະສານງານຂອງອົງການສົນທິສັນຍາອັດລັງຕິກເໜືອ ຫລື NATO ໃນນະຄອນຫລວງໂຕກຽວ.
ການເປີດເຜີຍຂອງທ່ານ ໂທມິຕະ ມີຂຶ້ນລະຫວ່າງຮ່ວມງານທີ່ຈັດໂດຍ National Press Club ໃນນະຄອນຫລວງວໍຊິງຕັນ ໂດຍທ່ານຖືກຖາມກ່ຽວກັບຂໍ້ມູນຄວາມຈິງຂອງລາຍງານຂ່າວຈາກ Nikkei Asia ໄລຍະເດືອນນີ້ ເຊິ່ງລະບຸວ່າ: NATO ກໍາລັງວາງແຜນຈະເປີດສໍານັກງານປະສານງານແຫ່ງທໍາອິດໃນອາຊີ ເພື່ອອໍານວຍຄວາມສະດວກດ້ານການໃຫ້ຄໍາປຶກສາໃນພາກພື້ນ ໂດຍມີກໍານົດເປີດໃນປີໜ້າ ແລະ ຈະເປີດການຫາລືກັບພັນທະມິດດ້ານຄວາມໝັ້ນຄົງຂອງ NATO ເຊັ່ນ: ສ.ເກົາຫລີ, ອົດສະຕຣາລີ ແລະ ນິວຊີແລນ.
ຂະນະທີ່ NATO ບໍ່ໄດ້ຢືນຢັນລາຍງານຂອງ Nikkei Asia ໂດຍລະບຸວ່າຈະບໍ່ເປີດເຜີຍລາຍລະອຽດສິ່ງທີ່ຢູ່ລະຫວ່າງການພິຈາລະນາຂອງພັນທະມິດ NATO.
ການເປີດສໍານັກງານປະສານງານ NATO ດັ່ງກ່າວມີຂຶ້ນທ່າມກາງສະຖານະການພາກພື້ນທີ່ມີຄວາມເຄັ່ງຕຶງ ແລະ ທ້າທາຍຂຶ້ນໃນໄລຍະຜ່ານມາ.
ອ້າງອີງ:

