ທາງການສັ່ງປິດຮ້ານແລກປ່ຽນເງິນຕາແລ້ວກໍຈິງ ແຕ່ຍັງປາກົດມີການລັກແລກປ່ຽນນອກລະບົບແບບຜິດກົດໝາຍຢູ່

ໂດຍ: ທິດກໍ່າ

ໃນອາທິດຜ່ານມາ, ມີໝູ່ຂອງທິດກໍ່າໄດ້ມາເລົ່າສູ່ຟັງວ່າ: ລາວໄດ້ເອົາເງິນບາດໄປແລກປ່ຽນເອົາເງິນກີບຢູ່ຮ້ານທີ່ເຄີຍປ່ຽນ ຫລື ເອີ້ນຢ່າງໜຶ່ງວ່າ: ຮ້ານຂາປະຈໍາ. ໃນຂະນະທີ່ລາວໄປຮອດ ເຫັນຮ້ານອັດປະຕູປິດແຈບ ແຕ່ກໍໄດ້ຍິນສຽງຄົນລົມກັນຢູ່ຂ້າງໃນຈຶ່ງຕັດສິນໃຈເຄາະປະຕູ ທັນໃດກໍມີຄົນມາໄຂປະຕູສ່ອງເບິ່ງ ລາວຈຶ່ງຖາມທັນທີວ່າ: “ຮ້ານເຮົາຍັງຮັບປ່ຽນເງິນຢູ່ບໍ່” ທັນໃດກໍໄດ້ຍິນຄໍາຕອບຈາກຄົນນັ້ນວ່າ “ຍັງປ່ຽນຢູ່” ລາວຈຶ່ງຟ້າວຈົກເງິນອອກມາຍື່ນໃຫ້ເຂົາປ່ຽນໃຫ້ແລ້ວກໍຟ້າວກັບ. ສ່ວນວ່າຮ້ານຢູ່ໝ້ອງໃດແຈໃດ ທິດກໍ່າຂໍເອົາໄວ້ໃນບັ້ງອົດກ່ອນ ຖ້າມື້ໃດບັ້ງອົດແຕກຈຶ່ງຄ່ອຍວ່າກັນ, ແຕ່ທີ່ຢາກເວົ້າກໍຄືມັນແມ່ນປາກົດການໃໝ່ອ່ຽມຂອງຮ້ານແລກປ່ຽນເງິນຕາທີ່ມາໃນຄວາມມືດ ແລະ ອາດມີຫລາຍໆຮ້ານໃນນະຄອນຫລວງວຽງຈັນ ຫລື ໃນທົ່ວປະເທດອາດເປັນຮ້ານມືດຄືແບບນີ້.

ກໍດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ພາຍຫລັງມີແຈ້ງການຢຸດການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາທີ່ເປັນຕົວແທນຂອງບັນດາທະນາຄານທຸລະກິດ ເຊິ່ງມີຜົນສັກສິດມາແຕ່ວັນທີ 13 ມັງກອນ 2023 ຕາມແຈ້ງການສະບັບເລກທີ 01/ທຫລ ບັນດາຮ້ານແລກປ່ຽນເງິນຕາຈໍານວນ 113 ຮ້ານ ທີ່ຂຶ້ນກັບທະນາຄານທຸລະກິດໃນທົ່ວປະເທດກໍໄດ້ເລີ່ມທະຍອຍກັນຢຸດການເຄື່ອນໄຫວ, ມີຫລາຍຮ້ານກໍອັດປະຕູໃສ່ໄລກອນ, ບາງຮ້ານກໍປົດປ້າຍໂຄສະນາ, ປ້າຍຊື່ຂອງຮ້ານອອກ ເຊິ່ງເບິ່ງຢ່າງໜຶ່ງຄືຈະໄດ້ຮັບໝາກຮັບຜົນຕາມເນື້ອໃນຈິດໃຈຂອງຄໍາສັ່ງສະບັບດັ່ງກ່າວ.

ກ່ອນໜ້ານີ້ສັງຄົມມັກອອກຄວາມຄິດເຫັນວ່າ ຫາກມີການປິດຮ້ານແລກປ່ຽນເງິນຕາແລ້ວ ຈະເຮັດໃຫ້ເງິນກີບແຂງຄ່າຂຶ້ນ ຍ້ອນຄົນມາປ່ຽນເງິນໃນລະບົບ ແລະ ບໍ່ໃຊ້ຈ່າຍຊະຊາຍ ແຕ່ອະນິຈາ ມັນພັດກົງກັນຂ້າມກັບສິ່ງທີ່ພວກເຮົາຄາດຫວັງໄວ້ ເງິນກີບສືບຕໍ່ອ່ອນຄ່າລົງ ເງິນຕາຕ່າງປະເທດກະໂດດໂລດເຕັ້ນຂຶ້ນ.

ຕົວຢ່າງ ໃນໄລຍະອາທິດທຳອິດຂອງຕົ້ນເດືອນພຶດສະພາ ປັບຕົວຂຶ້ນເຖິງ 6 ກີບ/1 ບາດ  ຈາກ 520 ກີບ/1ບາດ ເປັນ 526 ກີບ/1 ໝາຍຄວາມວ່າ 1 ພັນບາດ ເທົ່າກັບ 526.000 ກີບ ເຮັດໃຫ້ລາຄາສິນຄ້າໃນທ້ອງຕະຫລາດແຫ່ກັນຂຶ້ນຍາບໆປານບັ້ງໄຟເອົາໂລດ.

ເວົ້າເລື່ອງຮ້ານແລກປ່ຽນທີ່ລັກລອບໃຫ້ບໍລິການແລກປ່ຽນ ບໍ່ແມ່ນວ່າທາງການບໍ່ເຮັດຫຍັງກັບເຂົາ ໂດຍອີງຕາມການລາຍງານຂອງພາກສ່ວນກ່ຽວຂ້ອງວັນທີ 27 ເມສາ 2023 ຜ່ານມານີ້ວ່າ: ພາຍຫຼັງ ທຫລ ອອກແຈ້ງການຢຸດຕິການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນລະຫວ່າງເດືອນ ເມສາ 2023 ໄດ້ລົງຕິດຕາມກວດກາການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ, ຈຳນວນ 67 ເປົ້າໝາຍແບບກັບທີ່ ຢູ່ນະຄອນຫຼວງວຽງຈັນຈຳນວນ 30 ຮ້ານ ແລະ ຢູ່ທ້ອງຖິ່ນ ຈໍານວນ 37 ເປົ້າໝາຍ. ຕໍ່ເຫດການທີ່ເກີດຂຶ້ນ ທະນາຄານ ແຫ່ງ ສປປ ລາວໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.

ນັບວ່າເປັນເລື່ອງທີ່ດີ ແລະ ໜ້າຊົມເຊີຍພາກສ່ວນກ່ຽວຂ້ອງໄດ້ເຂັ້ມງວດກວດກາ ແລະ ເຫັນບັນຫາທີ່ເກີດຂຶ້ນ ແຕ່ເຖິງຢ່າງໃດກໍຕາມ ບັນຫາຕ່າງໆຍັງມີໃຫ້ເຫັນ ຂໍໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ເຂັ້ມງວດ ແລະ ເດັດຂາດໃນການແກ້ໄຂຕໍ່ໄປ ຫລື ຫາກມີຊ່ອງທາງໃຫ້ສັງຄົມປະກອບສ່ວນການແຈ້ງຂໍ້ມູນ ແລະ ເບາະແສຍິ່ງຈະເປັນການດີ. ທັງໝົດນີ້ກໍເພື່ອເຮັດໃຫ້ບັນຫານີ້ໄດ້ຮັບການແກ້ໄຂຢ່າງຂາດຕົວ ແລະ ວ່ອງໄວ ເພື່ອເຮັດໃຫ້ສະຖຽນລະພາບທາງການອັດຕາແລກປ່ຽນມີທ່າອ່ຽງດີຂຶ້ນ ແລະ ເງິນກີບລາວເຮົາແຂງຄ່າຂຶ້ນຕາມລຳດັບ.