ສານປະຊາຊົນເຂດ 3 ຫຼວງພະບາງ ປະກາດແຕ່ງຕັ້ງຮັກສາການ

ວັນທີ 4 ພຶດສະພາ 2023F ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ສານປະຊາຊົນເຂດ 3 ແຂວງຫຼວງພະບາງ. ໂດຍມີທ່ານ ຄຳເກັ່ງ ບຸນຢືນວົງ ຫົວໜ້າຄະນະຈັດຕັ້ງເມືອງຊຽງເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.
ສານປະຊາຊົນເຂດ 3 ແຂວງຫຼວງພະບາງ ແມ່ນອົງການຈັດຕັ້ງໜຶ່ງທຽບເທົ່າກັບບັນດາຫ້ອງການພາຍໃນເມືອງ ຂຶ້ນກັບການຊີ້ນຳ-ນຳພາໂດຍກົງຂອງຄະນະປະຈຳພັກເມືອງຊຽງເງິນ ມີຄວາມຮັບຜິດຊອບວຽກງານກວມເອົາ 3 ເມືອງໃຕ້ຂອງແຂວງຫຼວງພະບາງຄື: ເມືອງຊຽງເງິນ, ເມືອງພູຄູນ ແລະ ເມືອງນານ, ຜ່ານມາໄດ້ເອົາໃຈໃສ່ຊີ້ນຳ-ນຳພາຄະນະສານ ເຄື່ອນໄຫວວຽກງານວິຊາສະເພາະໃນການຄົ້ນຄວ້າແກ້ໄຂຄະດີ ແລະ ປະຕິ ບັດວຽກງານອື່ນໆຕາມຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຜົນສຳເລັດອັນຈົບງາມ.
ໃນພິທີໄດ້ປະກາດແຕ່ງຕັ້ງຮັກສາການສານປະຊາຊົນເຂດ 3 ຊຶ່ງແຕ່ງຕັ້ງທ່ານ ສຸລະສິດ ລັດຕະນະ ຜູ້ພິພາກສາຊັ້ນ 3 ຫົວໜ້າຄະນະສານອາຍາ ສານປະຊາຊົນເຂດ 1 ແຂວງຫຼວງພະບາງເປັນຜູ້ຮັກສາການປະ ທານສານປະຊາຊົນເຂດ 3 ແຂວງຫຼວງພະບາງຈົນກວ່າທ່ານ ວະຊິຕະ ວືຍາກີ ຜູ້ວ່າການສານປະຊາຊົນເຂດ 3 ແຂວງຫຼວງພະບາງຈະສຳເລັດການໄປບຳລຸງທິດສະດີການເມືອງ-ການປົກຄອງຊັ້ນສູງທີ່ສະຖາບັນການ ເມືອງການປົກຄອງແຫ່ງຊາດ.
ໂອກາດນີ້, ທ່ານ ບຸນຂວາງ ທະວີສັກ ໄດ້ໃຫ້ກຽດໂອ້ລົມເນັ້ນໃຫ້ຄະນະພັກ-ຄະນະນຳ ສານປະຊາຊົນເຂດ 3 ແຂວງຫຼວງພະບາງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ມີຄວາມໜັກແໜ້ນເປັນແບບຢ່າງທີ່ດີໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄຸນນະພາບ, ພັດທະນາຄວາມຮູ້-ຄວາມສາມາດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ການຕັດສິນຄະດີຕ້ອງໃຫ້ເປັນທຳ ໂດຍນຳໃຊ້ກົດໝາຍເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ໃຊ້ອຳນາດໃນການຕັດສິນໃຫ້ຖຶກຕ້ອງເປັນທຳໂດຍຢືດຖືຈັນຍາບັນ, ຈັນຍາທຳ, ປັບປຸງກົງຈັກການຈັດຕັ້ງ, ລະບົບແບບແຜນວິທີເຮັດວຽກໃຫ້ສອດຄ່ອງຕາມຫຼັກການລວມສູນປະຊາທິປະໄຕ, ສ້າງພະນັກງານສືບທອດປ່ຽນແທນໃຫ້ຖຶກຕ້ອງຕາມພອນສະຫວັນ ແລະ ຄວາມຮູ້-ຄວາມສາມາດຂອງແຕ່ລະຄົນ, ຫັນລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ-ສາຍຂວາງ ເປັນຕົ້ນແມ່ນການລົງໂຄສະນາເຜີຍແຜ່ກົດໝາຍ ພ້ອມທັງເອົາໃຈໃສ່ບໍລິການປະຊາຊົນໃຫ້ມີຄວາມສະດວກ ໂດຍໃຫ້ສອດຄ່ອງກັບຄຳຂວັນຂອງສານທີ່ວ່າ: ບໍລິການດ້ວຍຄວາມຍີ້ມແຍ້ມແຈ່ມໃສ ເປັນການແກ້ໄຂຄະດີໄດ້ບາດກ້າວໜຶ່ງ.
อาจเป็นรูปภาพของ 9 คน, แท่นบรรยาย และ ข้อความ