ຍຸກຂໍ້ມູນຂ່າວສານທັນສະໄໝ ຢ່າໃຫ້ຕົກເປັນເຫຍື່ອກຸ່ມຕົ້ມຕຸນຂາຍຝັນລໍ້ລວງໃຫ້ເກີດຄວາມໂລບ

ຍຸກນີ້ ເປັນຍຸກຂໍ້ມູນຂ່າວສານ ແລະ ເທັກໂນໂລຊີ ທີ່ບໍ່ມີພົມແດນ, ແອັບ, ເພຈຕ່າງໆ ໄດ້ກາຍເປັນເຄື່ອງມືຊ່ວຍໃຫ້ຜູ້ຄົນມີຄວາມສະດວກສະບາຍຂຶ້ນນັບມື້, ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ ໄດ້ກາຍເປັນເຄື່ອງມືທີ່ບໍ່ສາມາດຂາດໄດ້ຂອງຄົນໃນຍຸກນີ້.
ຈຸດປະສົງຂອງການນຳໃຊ້ສື່ ໃຊ້ເພຈ ແລະ ແອັບຕ່າງໆຂອງແຕ່ລະຄົນກໍມີຈຸດສົງເປົ້າໝາຍທີ່ແຕກຕ່າງກັນອອກໄປ. ມີບາງຄົນກໍໃຊ້ເພື່ອຕິດຕາມຂ່າວຄາວດ້ານຕ່າງໆ ເພື່ອຄວາມຮູ້, ຄວາມເຂົ້າໃຈ, ບາງຄົນກໍໃຊ້ໄປໃນແງ່ບັນເທີງ, ກິລາ ແລະ ຄວາມມ່ວນຊື່ນ, ບາງຄົນກໍນຳໃຊ້ເພື່ອຈຸດປະສົງ ແລະ ເປົ້າໝາຍເພື່ອທຸລະກິດທັງທາງດີ ແລະ ທາງຮ້າຍ. ໜັກໄປກວ່ານັ້ນ, ມີບາງຄົນ, ບາງກຸ່ມຄົນ ຍັງໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ບໍ່ຖືກຕ້ອງ ຫຼື ຜິດກົດໝາຍເຊັ່ນ: ປ່ອຍຂ່າວເພື່ອສ້າງຄວາມປັ່ນປ່ວນ, ສ້າງຄວາມບໍ່ສະຫງົບໃນສັງຄົມ, ສ້າງຄວາມແຕກແຍກໃນຊາດ ແລະ ໃນໝູ່ປະຊາຊົນ, ຕົວະຍົວະ, ຕົວະຕົ້ມ, ຫຼອກລວງ, ສໍ້ໂກງ ຕົ້ມຕຸ່ນ…
ພິເສດໃນໄລຍະນີ້ ປະກົດວ່າມີສື່ສັງຄົມອອກລາຍ, ຫຼາຍເພຈ, ແອັບຕ່າງໆ ໄດ້ຕົວະຕົ້ມຫຼອກລວງ ຄົນທີ່ບໍ່ຮູ້ເທົ່າເຖິງການໃຫ້ຫຼົງເຊື່ອ ເພື່ອຫຼອກເອົາເງິນ, ເອົາຊັບສິນ ທີ່ມີມູນຄ່າຫຼາຍຮ້ອຍ ຫລາຍພັນລ້ານກີບ. ໂດຍເພຈ ຫລື ແອັບເຫຼົ່ານັ້ນ ໃຊ້ວິທີຊັກຊວນໃຫ້ຄົນເຂົ້າຮ່ວມລົງທຶນແລ້ວແບ່ງຜົນກຳໄລ. ໃນເບື້ອງຕົ້ນກໍແບ່ງປັນຜົນກຳໄລໃຫ້ພໍຄື ເພື່ອໃຫ້ຜູ້ຮ່ວມລົງທຶນມີຄວາມເຊື່ອໝັ້ນ ຕາຍໃຈ, ເມື່ອດົນໆໄປ ເມື່ອໄດ້ເງິນຫຼາຍແດ່ແລ້ວກໍປິດເພຈຫອບເອົາເງິນໜີໄປໂດຍບໍ່ຮູ້ຮ່ອງຮອຍ. ຊຶ່ງບັນຫາດັ່ງກ່າວເຄີຍພົບເຫັນຫຼາຍກໍລະນີເກີດຂຶ້ນຕົວຈິງໃນສັງຄົມມາແລ້ວເຊັ່ນ: ບໍລິສັດ PS ຊຶ່ງຫຼາຍຄົນຄົງຈະຮູ້ດີ ຫວ່າງ 3-4 ປີຫຼັງມານິີ້, ໄດ້ຕົວະຕົ້ມໃຫ້ຄົນຂົນເອົາເງິນເຂົ້າໄປລົງທຶນຮ່ວມ ໃນລັກສະນະທຸລະກິດຕ່ອງໂສ້, ໃນທີ່ສຸດກໍໄປບໍ່ລອດ, ເຮັດໃຫ້ຫຼາຍຮ້ອຍ, ຫຼາຍພັນຄົນ ທີ່ຖືກເສຍເງິນໄປລ້າໆ ຕັ້ງຫຼາຍຮ້ອຍລ້ານກີບ.
ໃນໄລຍະຜ່ານມາກໍມີແອັບລົງທຶນ, ແອັບຮຸ້ນ, ແອັບຫວຍ, ແອັບຕື່ມເງິນ ແລະ ອື່ນໆ ຊັກຊວນໃຫ້ຜູ້ຄົນເຂົ້າຮ່ວມລົງທຶນຖືຮຸ້ນ ເປັນຈຳນວນຫຼວງຫຼາຍ, ຕາມຕົວເລກທີ່ທາງເຈົ້າໜ້າທີ່ກ່ຽວຂ້ອງເກັບກຳໄດ້ ມີປະມານຈຳນວນຫລາຍພັນຄົນຄົນຫຼົງເຊື່ອເຂົ້າຮ່ວມລົງທຶນ, ເມື່ອເຫັນວ່າມີຄົນເຂົ້າຮ່ວມລົງທຶນຫຼາຍແລ້ວ ແລະ ມີມູນຄ່າສູງເຖິງຫຼັກຕື້ກີບ ແລ້ວ ເພຈ ດັ່ງກ່າວ ກໍໄດ້ປິດເພຈ, ແລ້ວ ອູ້ມເອົາເງິນໜີໄປ ໂດຍບໍ່ຮູ້ວີ່ແວວ ມີມູນຄ່າເສຍຫາຍຫລາຍຕື້ກີບ.
ອັນນີ້ເປັນພຽງສອງຕົວຢ່າງເທົ່ານັ້ນທີ່ຍົກໃຫ້ເຫັນ, ແຕ່ໃນຄວາມເປັນຈິງແລ້ວ ບັນຫາທີ່ເກີດຂຶ້ນໃນລັກສະນະນີ້ ແມ່ນມີຫຼາຍກວ່ານີ້ ຊຶ່ງພວກເຮົາບໍ່ສາມາດທີ່ຈະຍົກໃຫ້ເຫັນຢູ່ໃນທີ່ນີ້ໄດ້ທັງໝົດ.
ຈາກປາກົດການດັ່ງກ່າວ ນັບມື້ແຜ່ລາມໄປຢ່າງກວ້າງຂວາງໃນສັງຄົມລາວທຸກວັນນີ້, ຈຶ່ງຮຽກຮ້ອງໃຫ້ທຸກຄົນທີ່ ຫຼິ້ນເຟສ, ຫຼິ້ນແອັບຕ່າງໆ ເມື່ອເຫັນການຊັກຊວນໃຫ້ເຂົ້າຮ່ວມລົງທຶນທຸລະກິດ ຫຼື ແມ່ນແຕ່ການຊື້ສິ່ງຂອງທາງອອນລາຍ ກໍໃຫ້ມີຄວາມລະມັດລະວັງ, ພິຈາລະນາ ຕຶກຕອງໃຫ້ຖີ່ຖ້ວນ ແລະ ໂດຍສະເພາະຕ້ອງຮູ້ເພຈນັ້ນ, ແອັບນັ້ນວ່າມັນມີຕົວຕົນແທ້ ຫຼື ບໍ່, ຢ່າຟ້າວເຮັດຫູເບົາໃຈງ່າຍ ເຊື່ອຟັງງ່າຍ ໂດຍບໍ່ຮູ້ເທົ່າເຖິງການກໍຈະເສຍເງິນຄຳ, ຊັບສິນໄປລ້າໆ ດັ່ງຫຼາຍກໍລະນີທີ່ຍົກມາໃຫ້ເຫັນມາແລ້ວ. ຖ້າບໍ່ດັ່ງນັ້ນກໍຈະຕົກເປັນເຫຍື່ອຢ່າງງ່າຍດາຍ ແລະ ເສຍເງິນຊັບສິນໄປຊື່ໆ.

