ເມືອງແອດອອກໃບຢັ້ງຢືນເປັນພົນລະເມືອງລາວ ໃຫ້ແກ່ກຸ່ມຄົນຍ້າຍຖິ່ນຖານລຳພັງຢູ່ເຂດຊາຍແດນລາວ-ຫວຽດນາມ 119 ຄົນ

ຫ້ອງການ ຖວທ ເມືອງແອດ ແຂວງຫົວພັນລາຍງານວ່າ: ວັນທີ 4 ພຶດສະພາ 2023 ນີ້ ປກສ ເມືອງແອດໄດ້ຈັດພິທີຮັບຮອງເອົາຜູ້ຍົກຍ້າຍມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບ້ານບໍລິເວນຊາຍແດນລາວ-ຫວຽດນາມ ເຂົ້າເປັນພົນລະເມືອງລາວ, ໃຫ້ກຽດເຂົ້າຮ່ວມມອບໃບຢັ້ງຢືນໂດຍ ທ່ານ ອະນຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ , ທ່ານ ທອງສຸກ ສົມພາວັນ ເຈົ້າເມືອງໆແອດ, ມີພະແນກການຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ-ຂັ້ນແຂວງ-ຂັ້ນກະຊວງ ເຂົ້າຮ່ວມ.
ໃນວາລະດຳເນີນພິທີ ຄະນະຮັບຜິດຊອບໄດ້ຜ່ານເອກະສານທີ່ກ່ຽວຂ້ອງ ເຊິ່ງໃຫ້ຮູ້ວ່າ: ລັດຖະບານລາວໄດ້ອະນຸມັດໃຫ້ກະຊວງພາຍໃນ ອອກເອກະສານຈົດທະບຽນ ແລະ ອອກໃບຢັ້ງຢືນໃຫ້ສັນຊາດລາວ ແກ່ປະຊາຊົນຫວຽດນາມທີ່ມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບການໃນໄລຍະຜ່ານມາ ຢູ່ບໍລິເວນບ້ານທີ່ຕິດຈອດກັບຊາຍແດນລາວ-ຫວຽດນາມ ຢູ່ໃນ 7 ເມືອງທົ່ວແຂວງຫົວພັນ ເຊິ່ງມີ 720 ຄົນ, ຍິງ 617 ຄົນ, ໃນນີ້ມີ 119 ຄົນ, ຍິງ 96 ຄົນ ທີ່ອາໄສຢູ່ໃນ 33 ບ້ານຂອງເມືອງແອດ, ສະນັ້ນ ຄະນະຮັບຜິດຊອບຈິ່ງໄດ້ຈັດພິທີຮັບຮອງເອົາ ເປັນພົນລະເມືອງລາວ ສັນຊາດລາວ ຖືກຕ້ອງຕາມລະບຽບກົດໝາຍຂອງ ສ ປ ປ ລາວ.

