ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ ເຊ​ໂປນ ມອບ​ອາ​ກອນ​ກຳ​ໄລ​ຂອງ​ປີ 2022 ມູ​ນ​ຄ່າ 14 ລ້ານລ້ານກວ່າໂລາສະຫະລັດ ໃຫ້​ແກ່ລັດ​ຖະ​ບານ​ລາວ

ວັນທີ 2 ພຶດສະພາ 2023 ຜ່ານມານີ້ ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ມອບ​ອາ​ກອນ​ກຳ​ໄລ​ຈຳ​ນວນ US$14.682.267,86 ຈາກ​ການ​ຂາຍຜົນ​ຜະ​ລິດ​ຄຳ ແລະ ທອງ​ໃນ​ສົກປີ 2022 ໃຫ້ແກ່ລັດຖະບານລາວ ຕາງ​ໜ້າມອບໂດຍ ປະ​ທານ ​ລ​ຊມ​ລ ທ່ານ ໂບ ກາວ ແລະ ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ທ່ານ ສະ​ໝານ ອະ​ເນ​ກາ ຕາງໜ້າຮັບໂດຍ ທ່ານ ບຸນ​ປະ​ເສີດ ສີ​ກຸນ​ລະ​ບຸດ, ຫົວ​ໜ້າ​ກົມ​ສ່ວຍ​ສາ​ອາ​ກອນ ນອກຈາກ ອາກອນ ດັ່ງ​ກ່າວ​ນີ້​ແລ້ວ ​ທາງ​ບໍ​ລິ​ສັດ ​ກໍ​ຍັງໄດ້​ຈ່າຍ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ຄ່າ​ສໍາປະ​ທານ, ​ເງິນ​ປັນ​ຜົນ ແລະ​ ພັນ​ທະ​ທາງ​ດ້ານ​ການ​ເງິນ​ອື່ນໆທີ່​ກ່ຽວ​ຂ້ອງ​ ລວມຍອດ​​ທັງ​ໝົດໃນ​ສົກ​ປີ 2022 ເປັນ US$50 ລ້ານ ໂດຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ທ່ານ ວ່າງ​ເຢຍ ໄຊ​ນາ​ລໍ, ພະ​ແນກ​ຄຸ້ມ​ຄອງ​ລາຍ​ຮັບ​ອາ​ກອນ ແລະ ທ່ານ​ນາງ ຈັນ​ທະ​ນາ ຫຼ່ຽມ​ໄມ​ຕ​ຣີ, ພະ​ແນກ​ຈັດ​ຕັ້ງ, ບໍ​ລິ​ຫານ ແລະ ການ​ເງິນ​ ຈາກ​ກົມ​ສ່ວຍ​ສາ​ອາ​ກອນ; ຮອງ​ປະ​ທານ ລ​ຊມ​ລ ທ່ານ ຊູ ຈິນ​ປິງ; ແລະ ຄະ​ນະຜູ້​ບໍ​ລິ​ຫານ​ອາ​ວຸ​ໂສ​ຂອງ ລ​ຊມ​ລ.

ທ່ານ ບຸນ​ປະ​ເສີດ ສີ​ກຸນ​ລະ​ບຸດ, ຫົວ​ໜ້າ​ກົມສ່ວຍ​ສາ​ອາ​ກອນ ໄດ້​ກ່າວ​ວ່າ: “ລ​ຊມ​ລ ເປັນ​ທີ່​ຮັບ​ຮູ້​ໃນ​ຖາ​ນະ​ຜູ້ມອບ​ອາ​ກອນ​ລາຍ​ໃຫຍ່​ອັນ​ດັບ​ຕົ້ນໆ​ຢູ່​ໃນ ສ​ປ​ປ ລາວ ເຊິ່ງໄດ້​ມີ​ພິ​ທີ​ມອບ​ໃບ​ຍ້ອງ​ຍໍໃຫ້​ແກ່ ບໍ​ລິ​ສັດ-ຜູ້​ປະ​ກອບ​ກາ​ນ​ທີ່ມອບ​ພັນ​ທະ​ອາ​ກອນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນລວມ​ໄປ​ທັງ ລ​ຊມ​ລ ຈັດ​ຂຶ້ນ​ໃນ​ວັນ​ທີ 5 ເມ​ສາ 2023 ຜ່ານ​ມາ.”

ທ່ານ ໂບ ກາວ, ປະ​ທານ ລ​ຊ​ມລ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ຍິ່ງທີ່​ໄດ້​ປະ​ກອບ​ສ່ວນ​ທາງ​ດ້ານ​ການ​ເງິນ​ຢ່າງ​ເຂັ້ມ​ແຂງໃຫ້​ແກ່ລັດ​ຖະ​ບານໃນ​ເວ​ລາ​ທີ່ຫຼາຍ​ພາກ​ສ່ວນ​ໃນ​ທົ່ວ​ໂລກ​ພົບ​ພໍ້​ກັບ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ການ​ເງິນ.” ​ໃນ​ປີ 2022 ເຊິ່ງ ສາ​ມາດຜະ​ລິດຄຳ​ໄດ້ ກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ. ໃນ​ປີ​ດຽວ​ກັນ​ນີ້, ລ​ຊມ​ລ ໄດ້ເປີດບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ບໍ່ຄຳ-ທອງ ເຊໂປນ ອັນໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄືການຂະຫຍາຍອາຍຸການບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033 ເປັນຢ່າງຕ່ຳ.

ນັບແຕ່ປີ 2016 ເປັນຕົ້ນມາ, ລຊມລ ໄດ້ເປັນບໍລິສັດບໍ່ແຮ່ໜຶ່ງດຽວຢູ່ໃນ ສປປ ລາວ ທີ່ໄດ້ຮັບກຽດຕິສັກໃນຂັ້ນ A+ ທີ່ເປັນລະດັບສູງສຸດຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນແບບຢ່າງທີ່ນຳໜ້າໃຫ້ແກ່ໂຄງການອື່ນໆ.

ຕັ້ງ​ແຕ່​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ໃນ​ປີ 2003, ລ​ຊ​ມ​ລ ໄດ້​ປະ​ກອບສ່ວນ​ລາຍ​ຮັບ​ໂດຍ​ກົງຫຼາຍກວ່າ US$1,7 ຕື້ ໃຫ້​ແກ່ ສ​ປ​ປ ລາວ ໂດຍ​ຜ່ານ​ການ​ຈ່າຍ​ພາ​ສີ-ອາ​ກອນ, ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກ​ນັ້ນ ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອ​ຍ​ລ້ານ​ໂດ​ລາ ​ດ້ວຍ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຜ່ານ​ການ​ຝຶກ​ອົບ​ຮົມ​ຕ່າງໆ, ການ​ພັດ​ທະ​ນາ​ຊຸມ​ຊົນ, ແລະ ການ​ຈ່າຍ​ເງິນ​ໃຫ້​ແກ່ ຄູ່​ຮ່ວມ​ທຸ​ລະ​ກິດ ແລະ ຜູ້​ສະ​ໜອງ​ທ້ອງ​ຖິ່ນ. ລ​ຊມ​ລ ໄດ້​ລົງ​ທຶນ​ປະ​ມານ US$50 ລ້ານ ​ໃສ່​ກາ​ນ​ພັດ​ທະ​ນາ​ໂຄງ​ລ່າງ​ພື້ນ​ຖານ​ແຫ່ງ​ຊາດ ແລະ ທ້ອງ​ຖິ່ນ, US$56 ລ້ານ​ໃສ່​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ແລະ ຫຼາຍ​ລ້ານ​ໂດ​ລາ ເຂົ້າ​ໃນ​ການ​ອະ​ນຸ​ລັກ ມໍ​ຣະ​ດົກ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ແຜນ​ງານ​ອື່ນໆ.

ປະຊາຊົນເມືອງວິລະບູລີ ແຂວງ​ສະ​ຫວັນ​ນະ​ເຂດ ຫຼາຍກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການ ພັດທະນາຊຸມຊົນ ທີ່​ສະ​ໜັບ​ສ​ໜູນ​ທຶນ​ໂດຍໂຄງການຄຳ-ທອງ ເຊໂປນ ລວມມູນຄ່າ US$20 ລ້ານ. ມາ​ຮອດ​ປັດ​ຈຸ​ບັນ, ລາຍໄດ້ຂອງຊຸມຊົນທ້ອງຖິ່ນຜ່ານກຸ່ມທຸລະກິດທ້ອງຖິ່ນ ແມ່ນໄດ້ທະວີຄູນຂຶ້ນເປັນ US$50 ລ້ານ ຕະຫຼອດ​ອາ​ຍຸ​ການ​ບໍ່​ແຮ່​ຄຳທອງ ເຊ​ໂປນ.

 

ລ​ຊມ​ລ ຈະ​ສືບ​ຕໍ່ປະ​ກອບ​ສ່ວນ​ຢ່າງ​ເຂັ້ມ​ແຂງ​ຕັ້ງ​ໜ້າ ໃນ​ຖາ​ນະຄູ່​ຮ່ວມ​ພັດ​ທະ​ນາ​ ຢູ່​ໃນ ສ​ປ​ປ