ເຮືອໃບສີຟ້າ ເປີດບ້ານໄລ່ຕ້ອນ ເວັສແຮມ ແຊງປືນໃຫຍ່ທວງຄືນຈ່າຝູງ

ການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນພຸດທີ່ຜ່ານມາ ຟອມຂອງ ແມນເຊັສເຕີ ຊິຕີ້ ຍັງແຮງຕໍ່ເນື່ອງ ຫລັງເປີດບ້ານ ເອຕິຮັດ ສະເຕດ້ຽມ ເອົາຊະນະ ເວັສແຮມ ຢູໄນເຕັດ 3-0 ຫຍັບແຊງ ອາເຊນອລ ກັບຄືນໄປນຳຈ່າຝູງອີກຄັ້ງ.
ໃນເກມນີ້ ແມນເຊັສເຕີ ຊິຕີ້ ທີ່ສືບຕໍ່ຄວ້າໄຊໃນລີກເປັນນັດທີ 9 ຕິດຕໍ່ກັນ ຕ້ອງລໍຖ້າຈົນຮອດນາທີທີ 50 ຈຶ່ງໄດ້ປະຕູຂຶ້ນນຳ 1-0 ຈາກ ນາທານ ອາເກ ໃນນາທີ 50 ກ່ອນທີ່ ເອີລິງ ຮາແລນ ມາຍິງ 2-0 ນາທີ 70 ແລະ ຟິລ ໂຟເດນ ຍິງປິດກ່ອງ 3-0 ນາທີ 85.
ຈາກໄຊຊະນະນີ້ເຮັດໃຫ້ “ຫົງແດງ” ມີ 79 ຄະແນນຈາກ 33 ນັດ ນຳໜ້າຈ່າຝູງ, ຂະນະທີ່ “ເວັສແຮມ” ມີ 34 ຄະແນນຈາກ 34 ນັດ ຢູ່ອັນດັບທີ 15.

