ໂຕແທນ ຮາແລນ ເຜີຍນັກເຕະຂອງຕົນຈະເປັນຄົນທຳອິດທີ່ມີຄ່າຕົວເຖິງ 1 ພັນລ້ານຢູໂຣ

ຣາຟາເອລລ່າ ປິເມນຕ້າ ໂຕແທນຂອງ ເອີລິງ ເບຣົາ ຮາແລນ ຍອດດາວຍິງ ແມນເຊສເຕີ ຊິຕີ ໄດ້ເວລາຄຸຍ ນັກເຕະໃນຄວາມເບິ່ງແຍງຂອງຕົນມີໂອກາດທີ່ຈະກາຍເປັນນັກເຕະຄົນທຳອິດສຸດໃນໂລກ ທີ່ມີຄ່າຕົວພຸ່ງສູງເຖິງ 1,000 ລ້ານຢູໂຣ ຫລັງຈາກລະເບີດຜົນງານໂຫດຕໍ່ເນື່ອງໃນຕະຫລາດ 2-3 ປີຜ່ານມາ.

ຮາແລນ ສອບຜ່ານກັບການຫລິ້ນໃນບຸນເດສລີກາ ເຢຍລະມັນ ກັບທາາງ ໂບຣຸສເຊຍ ດອດມຸນ ດ້ວຍການຍິງໄປ 86 ປະຕູໃນສອງປີເຄິ່ງ ກ່ອນທີ່ຈະຍ້າຍມາ ພຣີເມຍລີກ ອັງກິດ ເປັນລີກທີມຂອງ ເປບ ກວາດີໂອລາ ທີ່ແມນເຊສເຕີ ຊິຕີ.

ແລະ ຜົນງານການຫລິ້ນໃນອັງກິດປີທຳອິດຂອງ ຮາແລນ ກໍເປັນໄປຢ່າງໜ້າຕົກຕະລຶງ ຍິງແລ້ວ 50 ປະຕູໃນທຸກລາຍການ ເປັນໃນພຣີເມຍລີກ 34 ລູກ ກ້າວຂ້າມສະຖິຕິ 32 ປະຕູຂອງ ໂມຮາເຫມັດ ຊາລາ (2017/18) ໄປຮຽບຮ້ອຍ ເຊ່ັນດຽວກັບຍິງທຽບເທົ່າສະຖິຕິຕະຫລອດການ 34 ປະຕູຂອງ ແອນດີ ໂຄລ (1993/94) ແລະ ອາລັນ ເຊຍເລີ (1994/95) ສະໄຫມທີ່ລີກຍັງຫລິ້ນກັນລະດູລະ 42 ເກມແລ້ວ.

ປີເມນຕ້າ ເຊິ່ງເຂົ້າເບິ່ງແຍງລິຂະສິດປະໂຫຍດຂອງ ຮາແລນ ແທນທີ່ ມິໂນ່ ຣາໂຢລ່າ ຜູ້ລ່ວງລັບ ກ່າວວ່າ : “ ລາວຈະມີມູນຄ່າເທົ່າໃດ ? ບໍ່ດອກ ຂ້ອຍຢາກບອກເຈົ້າພຽງວ່າ ລາວຈະເປັນນັກເຕະຄົນທຳອິດໃນໂລກທີ່ມີຄ່າຕົວຫລັກ 1000 ລ້ານ ”.

“ ລອງຄິດເບິ່ງເຖິງສິ່ງທີ່ລາວເຮັດໃຫ້ກັບວົງການນີ້ໄປແລ້ວ ດ້ວຍການທີ່ຕອນນີ້ລາວຫາກໍອາຍຸ 22 ຄວາມແຂງແກ່ນທີ່ແທ້ຈິງຂອງລາວຄືຄວາມອ່ອນນ້ອມຖ່ອມຕົນ ແຕ່ລາວຈະທຳລາຍທຸກສະຖິິຕິທີ່ມີ ”.