ສື່ເປີດເຜີຍ ໂຣນັລໂດ ທົນບໍ່ໄຫວ ຕ້ອງການຍ້າຍອອກຈາກ ອັລ ນາສເຊີ ກັບຍອດທີມດັງຢູໂຣບ

ເດລີ ເມລ ສື່ດັງໃນປະເທດອັງກິດ ລາຍງານວ່າ ຄຣິສຕຽນໂນ ໂຣນັລໂດ ຊຸບເປີສະຕາທີມຊາດໂປຣຕຸເກສ ຕ້ອງການຍ້າຍອອກຈາກ ອັລ ນາສເຊີ ທີມດັງໃນລີກ ຊາອຸດິ ອາຣະເບຍ.
ອະດີດດາວເຕະແມນເຊສເຕີ ຢູໄນເຕັດ ຍ້າຍມາຢູ່ກັບ ອັລ ນາສເຊີ ໄລຍະເດືອນມັງກອນທີ່ຜ່ານມາ ດ້ວຍສັນຍາ 2 ປີເຄິ່ງ ຮັບຄ່າຈ້າງສູງທີ່ສຸດໃນໂລກປີລະ 200 ລ້ານຢູໂຣ.
ແນວໃດກໍຕາມ ຣຽວ ມາດຣິດ ທີມດັງໃນ ລາ ລີກາ ສະເປນ ອະດີດຕົ້ນສັງກັດເກ່ົາສະເໜີງານທູດປະຈຳສະໂມສອນກັບ ໂຣນັລໂດ ຕາມລາຍງານຂອງ ເອລ ນາຊີອອງນາລ ສື່ປະເທດສະເປນ ນອກຈາກນັ້ນ ຈໍຈີນາ ໂຣດຣີເກສ ແຟນສາວຂອງ ໂຣນັລໂດ ກໍຢາກຈະກັບໄປໃຊ້ຊີວິດທີ່ນະຄອນຫລວງມາດຣິດ ນຳອີກ.
ສຳລັບ ໂຣນັລໂດ ຖືເປັນຕຳນານຂອງ ຣຽວ ມາດຣິດ ຍິງໄປ 451 ປະຕູຈາກການລົງຫລິ້ນ 438 ຄວ້າແຊ໊ມ ຢູຟາ ແຊ໊ມປຽນລີ 4 ສະໄຫມ, ແຊ໊ມສະໂມສອນໂລກ 3 ສະໄຫມ, ລາລີກາ 2 ສະໄຫມ, ໂກປາ ເດລ ເຣ 1 ສະໄຫມ ແລະ ສະເປນນິສ ຊຸບເປີ ຄັບ 2 ສະໄຫມ.

