ເຫດອາລະວາດຕີກັນເສຍຊີວິດ 1 ຄົນ ທີ່ເມືອງໄຊ ແຂວງອຸດົມໄຊ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ລາຍງານວ່າ: ເວລາ 07:10 ນາທີ ຂອງ ວັນທີ 30 ເມສາ 2023 ເກີດເຫດມີຄົນອາລະວາດຕີກັນຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ.

ເຫດການດັ່ງກ່າວເຮັດໃຫ້ເດັກຊາຍ ອາຍຸ 11 ປີ ຖືກແທງດ້ວຍຂອງມີຄົມຢູ່ບໍລິຫຼັງ 9 ຈຸດ ແລະ ບໍລິເວນຫົວຖືກຂອງມີຄົມຟັນ 2 ຈຸດເປັນແຜໃຫຍ່.

ດັ່ງນັ້ນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈື່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແຂວງ ແລະ ຜູ້ບາດເຈັບໄດ້ເສຍຊີວິດໃນເວລາຕໍ່ມາ

ສ່ວນສາເຫດການກໍ່ເຫດອາວະວາດຕີກັນຄັ້ງນີ້ແມ່ນຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່ສະເພາະ

ຕາມການບອກເລົ່າຂອງປະຊາຊົນຜູ້ເສຍຊີວິດເປັນເດັກນ້ອຍເລ່ລ່ອນ

ຂໍ້ມູນ: ໜ່ວຍກູ້ໄພອຸດົມໄຊ