ມຽນມາ ສົ່ງອອກປະເພດຖົ່ວ ຫລາຍກວ່າ 1,9 ລ້ານໂຕນ ໃນສົກປີ 2022-2023

ສຳນັກຂ່າວຊິນຮວາ,ກະຊວງການຄ້າຂອງມຽນມາ ລາຍງານວ່າ: ໃນສົກປີ 2022-2023 (ເລີ່ມແຕ່ວັນທີ 1 ເມສາປີ 2022-ວັນທີ 31 ມີນາປີ 2023), ປະລິມານ ການສົ່ງອອກປະເພດຖົ່ວ ຂອງປະເທດນີ້ ບັນລຸ ຫລາຍກວ່າ 1,91 ລ້ານໂຕນ. ໃນນັ້ນ ການຂົນສົ່ງ ທາງທະເລ ຫລາຍກວ່າ 1,64 ໂຕນ ແລະ ທາງບົກ ກວ່າ 278.378 ໂຕນ. ໂດຍມຽນມາ ມີລາຍໄດ້ຈາກການສົ່ງອອກປະເພດຖົ່ວ ຫລາຍກວ່າ 1,47 ຕື້ໂດລາສະຫະລັດ. ຖົ່ວເປັນພືດ ທີ່ມີການປູກ ຫລາຍທີ່ສຸດ ຖັດຈາກເຂົ້າ ໃນມຽນມາ ແລະ ກວມເອົາອັດຕາສ່ວນ 33% ຂອງຜົນຜະລິດ ທາງການກະສິກຳ ທັງໝົດ ຂອງປະເທດ. ນອກນັ້ນ ມຽນມາ ສົ່ງອອກຖົ່ວໄປຍັງ ຈີນ, ອິນເດຍ ແລະ ປະເທດໃນ ເອີຣົບ.