ເທັນຮາກ ຮັບໄດ້ບຸກແບ່ງແຕ້ມ ສະເປີ ແຈ້ງເຫດທີ່ບໍ່ມີຊື່ ແມັກໄກວ ຫລັງພົ້ນໂທດແບນ

ເອຣິກ ເທນຮາກ ຫົວຫນ້າຄູຝຶກຂອງ ແມນເຊັສເຕີ ຢູໄນເຕັດ ຍອມຮັບວ່າເສຍດາຍທີ່ທີມເສຍໂອກາດຖືກ ສະເປີ ຕາມຕີສະເໝີ ແຕ່ໜຶ່ງຄະແນນແມ່ນຖືວ່າຍອມຮັບໄດ້.

ຜີສາດແດງ ບຸກສະເໝີ ໄກ່ເດືອຍທອງ ທັອດແນມ ຮັອດສະເປີ 2-2 ທັ້ງທີ່ເປັນຝ່າຍໄດ້ປະຕູຂຶ້ນນໍາກ່ອນ 2-0 ໃນເຄິ່ງເວລາທໍາອິດ, ເຊິ່ງຄູຝຶກຊາວໂຮນລັງຍອມຮັບວ່າຮູ້ສຶກຜິດຫວັງເລັກນ້ອຍ, ແຕ່ໜຶ່ງຄະແນນແມ່ນຖືວ່າເປັນເລື່ອງໜ້າພໍໃຈ.

ນອກຈາກນັ້ນ, ເທັນຮາກ ຍັງໄດ້ແຈ້ງເຫດທີ່ບໍ່ມີຊື່ ແມັກໄກວ ໃນເກມນີ້, ເຖິງວ່າຈະພົ້ນໂທດແບນ ວ່າ “ລາວໄດ້ຮັບບາດເຈັບໃນການຝຶກຊ້ອມ ແຕ່ພວກເຮົາພິສູດວ່າພວກເຮົາສາມາດແກ້ໄຂບັນຫາໄດ້.”