ປກສ ແຂວງຊຽງຂວາງ ກັກຕົວກຸ່ມແກ້ງຄ້າ-ຂາຍຢາເສບຕິດຈໍານວນ 2 ຄົນ ພ້ອມຂອງກາງ ຢາບ້າ 2.000 ເມັດ

ວັນທີ 24 ເມສາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ໄດ້ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ບໍລິເວນ ບ້ານສີວຽງຄຳ ເມືອງຄຸນ ແຂວງຊຽງຂວາງ ຈາກນັ້ນ, ຈຶ່ງລົງກວດກາຕົວຈິງ ພ້ອມທັງຈັດວາງກຳລັງວິຊາສະເພາະຕິດຕາມ ຊອກຫາເປົ້າໝາຍ ມາຮອດເວລາ 9:30 ນາທີ ຂອງວັນດຽວກັນ ຈຶ່ງພົບເຫັນ ແລະ ສາມາດກັກຕົວເປົ້າໝາຍໄດ້ຈຳນວນ 1 ຄົນ ຊື່ ທ້ານ ເຈີວ່າງ ອາຍຸ 42 ປີ ຢູ່ບ້ານສີວຽງຄຳ ເມືອງຄູນ ພ້ອມຂອງກາງຢາເສບຕິດຈຳນວນ 2,000 ເມັດ ເພື່ອມາດຳເນີນການສອບສວນ.
ຜ່ານການສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຍອມຮັບສາລະພາບວ່າ: ຢາບ້າທີ່ເຈົ້າໜ້າທີ່ກວດພົບນັ້ນເປັນຂອງຕົນແທ້ ເຊິ່ງໄດ້ຊື້ນຳທ້າວ ຈໍວື່ ອາຍຸ 32 ປີ ຢູ່ບ້ານໂງຍ ເມືອງແປກ ຈຳນວນ 2 ມັດເທົ່າກັບ 20 ຖົງ ໃນລາຄາຖົງລະ 300,000 ກີບ ເພື່ອຈະນຳໄປຂາຍຕໍ່ໃນລາຄາຖົງລະ 450,000 ກີບ, ໃນນີ້ໄດ້ຂາຍໄປແລ້ວຈຳນວນ 10 ຖົງ ຂະນະທີ່ນຳຢາທີ່ເຫລືອໄປຂາຍຕໍ່ນັ້ນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວເພື່ອມາດຳເນີນຄະດີເສຍກ່ອນ.
ໃນວັນດຽວກັນ ເຈົ້າໜ້າທີ່ໄດ້ນຳຈັບຕົວ ທ້າວຈໍວື່ ທີ່ຮ່ວມຂະບວນການນຳກັນ ແລະ ຜູ້ກ່ຽວຍັງໄດ້ຍອມຮັບສາລະພາບວ່າໄດ້ເປັນຄົນຂາຍຢາໃຫ້ ທ້າວ ເຈີວ່າງ ແທ້, ຢາບ້າຈຳນວນດັ່ງກ່າວນີ້ແມ່ນໄດ້ຊື້ນຳຜູ້ຮ່ວມຂະນວນການຢູ່ນະຄອນຫລວງວຽງຈັນ. ພ້ອມດຽວກັນນີ້ ເຈົ້າໜ້າທີ່ຍັງຈະໄດ້ສືບຕໍ່ຂະຫຍາຍຜົນກຸ່ມແກ້ງຄ້າຂາຍຢາເສບຕິດມາລົງໂທດຕາມລະບຽບກົດໝາຍ.

