ປກສ ແຂວງຄຳມ່ວນ ກັກຕົວຍິງສາວ 1 ຄົນ ພ້ອມຂອງກາງຢາສູບໄຟຟ້າ 870 ອັນ ມາດຳເນີນຄະດີ

ເຈົ້າໜ້າທີ່ພະແນກຕໍາຫລວດ ສະກັດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີ ໃນວັນທີ 19 ເມສາ 2023 ວ່າ: ມີກຸ່ມຄົນບໍ່ດີຈໍານວນໜຶ່ງຈະມີການຊື້-ຂາຍ ຢາເສບຕິດ ປະເພດ ຢາສູບໄຟຟ້າ ຢູ່ເຂດບ້ານ ໜອງບົວຄຳ ເມືອງ ທ່າແຂກ ແຂວງ ຄໍາມ່ວນ, ເມື່ອໄດ້ຮັບການລາຍງານຄືແນວນັ້ນທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ຜ່ານການກວດກາຕິດຕາມເຫັນວ່າມີມູນຄວາມຈິງແທ້.
ພໍຮອດເວລາປະມານ 21:00 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ວິຊາສະເພາະໄດ້ສະແດງຕົວເຂົ້າຈັບກຸມເປົ້າໝາຍສາມາດກັກຕົວເປົ້າໝາຍ 1 ຄົນ, ພາຍຫລັງກັກຕົວຜູ້ຖືກຫາໄດ້ແລ້ວ ທາງເຈົ້າໜ້າທີ່ວິຊາສະເພາະໄດ້ຂະຫຍາຍຜົນປະສານສົມທົບກັບອຳນາດການປົກຄອງບ້ານໜອງບົວຄຳ ເມືອງທ່າແຂກ ທີ່ຜູ້ກ່ຽວໄດ້ເອົາຢາສູບໄຟຟ້າໄປຝາກໄວ້ (ເປັນເຮືອນຄົນຮູ້ຈັກ). ຜ່ານການກວດຄົ້ນເຮືອນຫລັງດັ່ງກ່າວ ເຈົ້າໜ້າທີ່ໄດ້ພົບເຫັນຂອງກາງຢາເສບຕິດປະເພດຢາສູບໄຟຟ້າ 4 ແກັດ, 7 ກັບ ເທົ່າກັບ 870 ອັນ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຮູ້ວ່າ ຜູ້ຖືກຫາຊື່ ນາງ ວິສຸດາ ສູນດາລາ ອາຍຸ 28 ປີ, ປະຊາຊົນຢູ່ບ້ານປາກຊິມັງ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ຜູ້ກ່ຽວໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາເສບຕິດ ປະເພດຢາສູບໄຟຟ້າຈຳນວນດັ່ງກ່າວເປັນຂອງຜູ້ກ່ຽວແທ້ໂດຍສັ່ງຊື້ນຳຄົນຮູ້ຈັກຜ່ານທາງ ເຟດບຸກ 870 ອັນ ໃນລາຄາອັນລະ 60.000 ກີບ ເທົ່າກັບ 52.200.000 ກີບ. ພາຍຫລັງຕົກລົງຊື້ຂາຍກັນແມ່ນໄດ້ສົ່ງຜ່ານບໍລິສັດຂົນສົ່ງແຫ່ງໜຶ່ງ ຈາກນັ້ນໄດ້ຮັບເຄື່ອງແລ້ວ ຜູ້ກ່ຽວໄດ້ເອົາໄປຝາກໄວ້ເຮືອນ (ນ້ອງຮັກ) ຢູ້ບ້ານ ໜອງບົວຄຳ ເມືອງທ່າແຂກ ເພື່ອຈະນຳໄປຂາຍຕໍ່ໃຫ້ໄວໜຸ່ມພາຍໃນເທດສະບານເມືອງ ໃນລາຄາອັນລະ 80.000-120.000 ກີບ ແຕ່ບໍ່ທັນໄດ້ຈຳໜ່າຍກໍຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີກ່ອນ. ປັດບັນເຈົ້າໜ້າທີ່ພວມສືບຕໍ່ ຂະຫຍາຍຜົນຫາກຸ່ມແກ່ງຜູ່ຮ່ວມຂະບວນການ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.
