ປະທານຢູຟາເຜີຍ ນັດຊີງແຊ໊ມປຽນລີກ ມີສິດຍ້າຍໄປເຕະທີ່ສະຫະລັດ

ອາເລັກຊານເດີ ເຊເຟຣິນ ປະທານສະຫະພັນບານເຕະຢູໂຣບ ເປີດເຜີຍວ່າ ມີຄວາມເປັນໄປໄດ້ທີ່ການແຂ່ງຂັນ ຢູຟາ ແຊ໊ມປຽນ ລີກ ຮອບຊີງຊະນະເລີດ ອາດຈະຍ້າຍໄປແຂ່ງຂັນກັນທີ່ສະຫະລັດອາເມລິກາ.
ໂດຍກ່ອນໜ້ານີ້ມີຂ່າວລືວ່າ ການແຂ່ງຂັນບານເຕະ ຢູຟາ ແຊ໊ມປຽນ ລີກ ນັດຊີງຊະນະເລີດ ອາດຈະມີການຍ້າຍສັງວຽນໄປເຕະນອກທະວີບຢູໂຣບ ໂດຍມີມະຫານະຄອນນີວຢອກ ປະເທດສະຫະລັດ ອາເມລິກາ ເປັນເປົ້າຫມາຍແຕ່ຍັງບໍ່ມີການຢືນຢັນໃດໆໃນປະເດັນນີ້.
ແຕ່ຫລ້າສຸດ ເຊເຟຣິນ ໃຫ້ສຳພາດໃນເລື່ອງດັ່ງກ່າວ ໂດຍຊື້ມີຄວາມເປັນໄປໄດ້ທີ່ເກມຢູຟາ ແຊ໊ມປຽນລີກ ນັດຊີງຊະນະເລີດ ຈະໄປເຕະກັນທີ່ສະຫະລັດອາເມລິກາ ເພື່ອໃຫ້ລາຍການນີ້ເປັນທີ່ຮູ້ຈັກຫລາຍຂຶ້ນ ແຕ່ຕ້ອງເປັນຫລັງຈາກປີ 2026.
“ ຈະເປັນໄປໄດ້ທີ່ນັດຊີງຈະຈັດຂຶ້ນທີ່ປະເທດສະຫະລັດ ອາເມລິກາ ພວກເຮົາໄດ້ຖົກຖຽງກັນກ່ຽວກັບເລື່ອງນີ້ ແຕ່ຮອບຊີງຊະນະເລີດປີນີ້ ຈະມີຂຶ້ນທີ່ອິສຕັນບູລ ປີ 2024 ຈະມີຂຶ້ນທີ່ ລອນດອນ ແລະ 2025 ຈະມີຂຶ້ນທີ່ ມິວນິກ ຫລັງຈາກເຮົາຕ້ອງມາເບິ່ງກັນ ”.

