ມູນຄ່າການຄ້າ ດ້ານກະສິກຳ ໃນຟີລິບປິນ ເພີ່ມຂຶ້ນ 19%

ສຳນັກຂ່າວຊິນຮວາລາຍງານ: ວັນທີ 25 ເມສ າ2023 ຜ່ານມາ, ອົງການສະຖິຕິ ຟີລິບປິນ ລາຍງານວ່າ: ປີ 2022, ມູນຄ່າການຄ້າທາງດ້ານກະສິກຳຂອງປະເທດບັນລຸ 2,68 ໝື່ນລ້ານ ໂດລາສະະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີຕໍ່ປີ. ໃນນັ້ນການສົ່ງອອກສິນຄ້າ 7,5 ຕື້ໂດລາສະຫະລັດ ຫລື ກວມອົາ 28% ຂອງ ການຄ້າທາງກະສິກຳ ທັງໝົດ ແລະ ການນໍາເຂົ້າ 1,93 ໝື່ນລ້ານໂດລາ ສະຫະລັດ. ມູນຄ່າການສົ່ງອອກ ທາງກະສິກຳກວມອົາອັດຕາສ່ວນ 9,5% ຂອງການສົ່ງອອກທັງໝົດ ຂອງຟີລິບປິນ ໃນປີ 2022 , ໂດຍມີ ມາເລເຊຍ ເປັນຜູ້ຊຶ້ສິນຄ້າກະສິກຳ ສົ່ງອອກຂະໜາດໃຫຍ່ສຸດ ໃນກຸ່ມປະເທດສະມາຊິກອາຊຽນ. ສ່ວນມູນຄ່າ ການນຳເຂົ້າທາງກະສິກຳ ກວມເອົາ ອັດຕາສ່ວນ 14,1% ຂອງ ການນໍາເຂົ້າທັງໝົດຂອງປະເທດ ໃນປີ 2022, ໂດຍ ອິນໂດເນເຊຍ ເປັນປະເທດທີ່ມີມູນຄ່າການນໍາເຂົ້າທາງກະສິກຳສູງສຸດໃນກຸ່ມປະເທດສະມາຊິກອາຊຽນ.