ເຈົ້າຄອງນະຄອນຫລວງ ເນັ້ນໃຫ້ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ1 ຄຸ້ມຄອງດ່ານໃຫ້ມີຄວາມເຂັ້ມແຂງຂຶ້ນກ່ວາເກົ່າ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບພະນັກງານຫລັກແຫລ່ງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 26 ເມສາ 2023, ໂດຍການຕ້ອນຮັບຂອງ ທ່ານ ພັອ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ແຫ່ງທີ 1 ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັອ ຄຳພອນ ເທບພະວົງ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ປະຈຳໄຕມາດ I ປີ 2023 ວ່າ: ປັດຈຸບັນ ຄະນະຄຸ້ມຄອງດ່ານກຳລັງປັບປຸງລະບົບຕູ້ແຈ້ງເອກະສານຂອງເຈົ້າໜ້າທີ່, ຂະຫຍາຍເລນລົດເຂົ້າ-ອອກດ່ານ, ປັບປຸງທັດສະນີຍະພາບບໍລິເວນດ່ານ, ແຕ້ມເສັ້ນຈາລະຈອນ, ຕິດຕັ້ງປ້າຍຈາລະຈອນ ແລະ ຕິດຕັ້ງໄຟຟ້າບໍລິເວນເດີ່ນ ລວມມູນຄ່າການລົງທຶນທັງໝົດ 5.533 ຕື້ກວ່າກີບ. ສຳລັບວຽກງານທັງໝົດສຳລັດແລ້ວ 80% ແລະ ສາມາດອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານຍານພາຫະນະເຂົ້າ-ອອກດ່ານ ໄດ້ສະດວກສະບາຍກວ່າເກົ່າ, ບໍລິເວນດ່ານມີຄວາມສະອາດ, ສວຍງາມ ແລະ ເປັນລະບຽບຮຽບຮ້ອຍກວ່າເກົ່າ.

ພ້ອມນີ້, ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການບໍລິການແລ່ນລົດໄຟ ລະຫວ່າງປະເທດໜອງຄາຍ-ທ່ານາແລ້ງ ຈາກຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ການປະກອບຄຳເຫັນຕໍ່ການຄຸ້ມຄອງການຈັດເກັບຄ່າທຳນຽມ, ຄ່າບໍລິການ ແລະ ກອງທຶນເຂົ້າລະບົບທັນສະໄໝ ຂອງ ນວ ແລະ ວຽກງານການຈັດເກັບລາຍຮັບເຂົ້າງົບປະມານຈາກພະແນກການເງິນ ນວ ແລະ ອື່ນໆ.

ໂອກາດນີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງດ່ານໃນໄລຍະຜ່ານມາ ແລະ ເນັ້ນໃຫ້ສືບຕໍ່ປະຕິບັດມາດຕະການດ້ານຕ່າງໆ ກໍຄື ລະບຽບກົດໝາຍນະໂຍບາຍຂອງລັດຖະບານວາງອອກ ກ່ຽວກັບກົນໄກການຄຸ້ມຄອງດ່ານໃຫ້ມີຄວາມເຂັ້ມແຂງຂຶ້ນກ່ວາເກົ່າ, ຕ້ອງເຂັ້ມງວດໃນການກວດກາ ແລະ ສະກັດກັ້ນບັນຫາສິ່ງຕ້ອງຫ້າມທີ່ຈະນໍາເຂົ້າດ່ານສາກົນ ຫລື ວ່າດ່ານປະເພນີ. ເປັນຕົ້ນການລັກລອບຂົນຢາເສບຕິດ ການລັກລອບນໍາເຂົ້າພະຫະນະທີ່ບໍ່ຖືກຕ້ອງສືບຕໍ່ປ້ອງກັນສິນຄ້ານໍາເຂົ້າທີ່ຜິດກົດໝາຍ ແລະ ສິນຄ້າທີ່ບໍ່ຈໍາເປັນສິນຄ້າປະເພດໃດຫາກວ່າພາຍໃນຜະລິດກຸ່ມກິນ ຫລື ວ່າສິນຄ້າປະເພດໃດທີ່ພາຍໃນຜະລິດເອງໃດ ແມ່ນຢຸດການນໍາເຂົ້າ ເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນ ແລະ ໃຫ້ເອົາໃຈໃສ່ສະກັດກັ້ນພົນລະເມືອງແຮງງານທີ່ລັກລອບຂ້າມແດນ ທີ່ໄປເຮັດວຽກຢູ່ຕ່າງປະ ເທດແບບຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ແລະ ກົດໝາຍລະຫວ່າງປະເທດ ໃຫ້ເອົາໃຈໃສ່ແທ້ບັນຫານີ້.