ວັນທີ 26 ເມສາ 2023 ນີ້, ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ຈັດກອງປະຊຸມສະຫລຸບການຈັດ ຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ມີ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີຄະນະພັກ, ຄະນະນຳ ແລະ ພະນັກງານພາຍໃນຫ້ອງວ່າການປະທານປະເທດ ເຂົ້າຮ່ວມ ເພື່ອຕີລາຄາການເຄື່ອນໄຫວວຽກງານ ປະຈຳປີ 2022 ຜ່ານມາ, ສັງເກດຕີລາຄາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງວາງທິດທາງແຜນການ ປີ 2023.
ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຫ້ອງວ່າການສຳນັກງານປະທານປະເທດ ຍາດຜົນງານມາໄດ້ໃນໄລຍະ 1 ປີທີ່ຜ່ານມາ. ພ້ອມທັງເນັ້ນໃຫ້ສືບຕໍ່ພັດທະນາກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ກະທັດຮັດ, ຮັບປະກັນການປະຕິບັດໜ້າທີ່ການເມືອງໃຫ້ມີຜົນສໍາເລັດ ແລະ ເຄື່ອນໄຫວມີປະສິດທິພາບ, ສ້າງກົມເປັນຫົວໜ່ວຍຍຸດທະສາດ, ສ້າງພະແນກໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ສ້າງພັກ-ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຫສປທ ລວມທັງ 2 ວາລະແຫ່ງຊາດ ທີ່ຢູ່ໃນໄລຍະການສະຫລຸບກາງສະໄໝ; ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ອຸ່ນອ່ຽນທຸ່ນທ່ຽງ ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີຄວາມເສຍສະລະ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ; ເອົາໃຈໃສຍູ້ແຮງຂະບວນການຂອງອົງການຈັດຕັ້ງມະຫາຊົນ ດ້ວຍການສ້າງຂະບວນການ ເພື່ອສ້າງຄວາມສາມັກຄີພາຍໃນ ແລະ ແຂ່ງຂັນກັນຍົກສູງຄຸນນະພາບວຽກງານທາງດ້ານວິຊາສະເພາະ ໃນແຕ່ລະຂົງເຂດວຽກງານ; ສືບຕໍ່ຍົກສູງຄຸນນະພາບການເປັນເສນາທິການ ໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ, ຫັນເຂົ້າສູ່ຄວາມເປັນມືອາຊີບຕາມທິດຫັນເປັນວິຊາການ, ຫັນເປັນຜູ້ຊໍານານງານ, ຜູ້ຊ່ຽວຊານ ແລະ ຫັນເປັນຜູ້ບໍລິຫານທີ່ມີຄວາມຮູ້ຄວາມສາມາດ ເຮັດລ້ອນໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍນັບມື້ນັບຫລາຍຂຶ້ນ; ການປະຕິບັດວຽກງານຕ້ອງໃຫ້ໄດ້ຕາມ 4 ຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫລາຍ ແລະ ໃຫ້ຖືກກົດໝາຍ; ສືບຕໍ່ພັດທະ ນາ, ປົກປັກຮັກສາ ແລະ ນໍາໃຊ້ພື້ນຖານວັດຖຸເຕັກນິກທີ່ມີຢູ່ຂອງ ຫສປທ ໃຫ້ເກີດປະໂຫຍດສູງສຸດ ແລະ ຮັບປະກັນຄວາມຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຢູ່ພາຍໃນ, ສ້າງສະພາບແວດລ້ອມເອື້ອ ອໍານວຍເພື່ອຫັນວຽກງານຂອງ ຫສປທ ສູ່ທັນສະໄໝເທື່ອລະກ້າວ.
ຕໍ່ພາລະບົດບາດຂອງກົມທີ່ລາຍງາຍໃຫ້ຊາບນັ້ນ, ຍົກສູງພາລະບົດບາດ ການເປັນເສນາທິການຄົ້ນຄວ້າບັນດາເອກະສານສໍາຄັນ ເຊັ່ນ: ການຄົ້ນຄວ້າ ແລະ ກວດກາຄວາມຖືກຕ້ອງ ທັງສອດຄ່ອງກັບບັນດາກົດໝາຍ, ລັດຖະບັນຍັດ, ວຽກງານອະໄພຍະໂທດ ແລະ ຫລຸດຜ່ອນໂທດໃຫ້ແກ່ນັກໂທດ, ເພີ່ມທະວີການຊີ້ນໍາຂອງຄະນະພັກ ຕໍ່ການສ້ອມແປງໃຫຍ່ອາຄານຫໍຄໍາ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ເອົາໃຈໃສ່ປົກປັກຮັກສາອາຄານ ແລະ ສະຖານທີ່ ທໍານຽບປະທານປະເທດ ໃຫ້ມີຄວາມປອດໄພ, ສະອາດ, ຮຽບຮ້ອຍ ແລະ ສວຍງາມ ແລະ ອື່ນໆ