ປີ 2022 ທົ່ວປະເທດມີນັກໂທດໄດ້ຮັບອະໄພຍະໂທດ ທັງໝົດ 1.881 ຄົນ, ຕ່າງປະເທດ 23 ຄົນ

ວັນທີ 26 ເມສາ 2023, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະຫລຸບບວຽກງານອະໄພຍະໂທດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໃນຮູບແບບເຊິ່ງໜ້າ ແລະ ທາງໄກ, ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີບັນດາຄະນະກໍາມະການອະໄພຍະໂທດລະດັບຊາດ, ຂັ້ນແຂວງ-ນະຄອນຫລວງ, ພ້ອມດ້ວຍກອງເລຂາຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຜ່ານບົດສະຫລຸບລາຍງານວຽກງານອະໄພຍະໂທດ ປະຈໍາປີ 2022 ແລະ ທິດທາງວຽກງານຈຸດສຸມ ປະຈຳປີ 2023 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດ ແລະ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານອະໄພຍະໂທດໃຫ້ມີຜົນສໍາເລັດ, ຮັບປະກັນໄດ້ຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ຊຶ່ງສະແດງອອກ ຄື ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ຕາມລັດຖະດຳລັດຂອງປະທານປະເທດ ປະຈໍາປີ 2022 ມີຈຳນວນທັງໝົດ 1.881 ຄົນ ຍິງ 264 ຄົນ, ຕ່າງປະເທດ 23 ຄົນ ຍິງ 6 ຄົນ.
ພ້ອມນັ້ນ ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ໃຫ້ກັບພະແນກຍຸຕິທຳໃນຂອບເຂດທົ່ວປະເທດ ໃນການເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊຳລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈຳປີ 2022 ມີ ຄ່າເສຍຫາຍທາງແພ່ງ 472.673.333 ກີບ; ເງິນຕາຕ່າງປະເທດ 6.000 ບາດ, 2.500 ໂດລາ; ຄ່າປັບໃໝທາງອາຍາ 3.283.469.500 ກີບ; ຍົກໃຫ້ເຫັນດ້ານອ່ອນຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ຕົກໄປ ໃນປີ 2023 ນີ້.

