ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ມອບລົດຈັກ 2 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ.
ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເດືອນກຸມພາ 2023 ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ຢູ່ເຮືອນໄປ. ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາການ ລົງເກັບກໍາຂໍ້ມູນ ແລະ ມາໃນວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ, ອາຊີບ ກໍາມະກອນ ຢູ່ບ້ານປຸ່ງຫ່ຽງ, ເມືອງໄຊ, ແຂວງອຸດົມໄຊ ພ້ອມທັງຢຶດຂອງກາງລົດຈັກໄດ້ 2 ຄັນ ເຊິ່ງລົດຈັກດັ່ງກ່າວແມ່ນຂອງ ທ້າວ ສົມເພັດ ວົງຈອນ ອາຍຸ 49 ປີ, ອາຊີບ ພະນັກງານ, ຢູ່ບ້ານ ຮົ່ມສະຫວ່າງ ເມືອງ ແລະ ແຂວງຜົ້ງສາລີ ແລະ ທ້າວ ບຸນເຮືອງ ສຸລິຄໍາ ອາຍຸ 32 ປີ, ອາຊີບ ຄູ, ຢູ່ບ້ານນໍ້າລີ, ເມືອງສໍາພັນ, ແຂວງຜົ້ງສາລີ.
ມາຮອດ ວັນທີ 25 ເມສາ 2023 ທາງພະແນກສືບສວນ-ສອບສວນ ປກສ ແຂວງ ຈຶ່ງໄດ້ນໍາລົດຈັກດັ່ງກ່າວມາຄືນໃຫ້ເຈົ້າຂອງເດີມ.

