ແອັດຕິໂກ ມາດຣິດ ເປີດໂຕຊຸດຢາມ ທີ່ຈະໃຊ້ໃນລະດູການໜ້າ ສະຫລອງ ຄົບຮອບ 120 ປີຂອງສະໂມສອນ

ເມື່ອຄືນທີ່ຜ່ານມາ, ສະໂມສອນ ແອັດຕິໂກ ມາດຣິດ ເປີດຕົວຊຸດທີມຢາມ ທີ່ຈະໃຊ້ໃນລະດູການໜ້າ (2023/24), ໂດຍມີຈຸດພິເສດແມ່ນຊຸດນີ້ຈະຖືກໃຊ້ເພື່ອສະເຫລີມສະຫລອງຄົບຮອບ 120 ປີຂອງສະໂມສອນ.

ຊຸດນີ້ສ່ວນໃຫຍ່ແມ່ນໃຊ້ສີຂາວ ແລະ ສີຟ້າ ເປັນຫລັກ. ຢ່າງໃດກໍຕາມ ແຟນບານໃນສື່ສັງຄົມໄດ້ວິຈານເຖິງສີທີ່ບ່າຂອງໄລ່ເສື້ອ. ຖ້າຫາກແບ່ງສີອອກເຄິ່ງຕໍ່ເຄິ່ງຫນຶ່ງແທນທີ່ຈະເປັນສີຟ້າທັງຫມົດ ມັນອາດຈະງາມກວ່ານີ້ຫລືບໍ່? ແຕ່ສຸດທ້າຍແລ້ວ ພວກເຂົາກໍ່ເຂົ້າໃຈເພາະວ່າມັນເປັນເອກະລັກຂອງຍີ່ຫໍ້ຢ່າງ Nike.

ແອັດຕິໂກ ຈະໃຊ້ໂລໂກ້ທຳອິດຂອງສະໂມສອນໃນຊຸດນີ້ ແທນໂລໂກ້ຊຸດປັດຈຸບັນ. ໂດຍສອງໂລໂກ້ແມ່ນມີຄວາມແຕກຕ່າງກັນຫລາຍ. ໂດຍໂລໂກ້ທຳອິດທີ່ໃຊ້ໃນຊຸດນີ້ແມ່ນມີສີຟ້າ ແລະ ສີຂາວ. ໂດບມີ monogram ສີຂາວຢູ່ເຄິ່ງກາງຂອງໝາກບານສີຟ້າ ແລະ ຈານວົງມົນສະແດງໃຫ້ເຫັນເຖິງຄວາມເປັນມືອາຊີບ ແລະ ຄວາມຫນ້າເຊື່ອຖືຂອງສະໂມສອນ.