ເມືອງແກ່ນທ້າວ ໄດ້ຮັບຜົນກະທົບຈາກລົມພາຍຸລະດູຮ້ອນ 21 ຄອບຄົວ ລວມມູນຄ່າເສຍຫາຍ 235 ລ້ານກວ່າກີບ

ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງແກ່ນທ້າວ ແຂວງໄຊຍະບູລີ (ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ) ລາຍງານໃຫ້ຮູ້ວ່າ: ໃນວັນທີ 20-23 ເມສາ 2023 ໄດ້ເກີດລົມພາຍຸລະດູຮ້ອນພັດຜ່ານເມືອງແກ່ນທ້າວ 3 ຄັ້ງ, ເຮັດໃຫ້ມີຜົນເສຍຫາຍຫລາຍຕໍ່ສິ່ງປຸກສ້າງຂອງປະຊາຊົນ 21 ຄອບຄົວ ຂອງ 2 ບ້ານ ຄື: ບ້ານຈອມເພັດ 1 ຄອບຄົວ ຈໍານວນພົນ 4 ຄົນ, ຍິງ 2 ຄົນ ມູນຄ່າເສຍຫາຍ 128.760.000 ກີບ ໂກດັງລົ້ມທັງຫລັງ ແລະ ບ້ານເມືອງໝໍ 20 ຄອບຄົວ ຈໍານວນພົນ 80 ກວ່າຄົນ, ຍິງ 40 ກວ່າຄົນ ມູນຄ່າເສຍຫາຍ 106.325.000 ກີບ ໃນນີ້ເສຍຫາຍໜັກມີ 4 ຄອບຄົວ ຫລັງຄາເຮືອນຮື້ອອກໝົດ.
ປະເມີນມູນຄ່າເສຍຫາຍທັງໝົດ 235.000.000 ກວ່າກີບ. ປະກອບມີສັງກະສີ 12 ຟຸດ ຈໍານວນ 800 ກ່ວາແຜ່ນ, ສັງກະສີ 10 ຟຸດ 60 ກ່ວາແຜ່ນ, ສັງກະສີ 9 ຟຸດ 30 ກວ່າແຜ່ນ,ສັງກະສີ 8 ຟຸດ 400 ກວ່າແຜ່ນ, ກະເບື້ອງ 160 ກວ່າແຜ່ນ. ນອກນັ້ນ ຍັງມີຫລົບແປ, ໄມ້ເຮືອນຂະໜາດຕ່າງໆ ເສຍຫາຍ 960 ກວ່າແຜ່ນ.
ຂໍ້ມູນ: ຫ້ອງການ ຖວທ ເມືອງແກ່ນທ້າວ