ສະຫະລັດອາເມລິກາ ມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ແລ້ວ 19.000 ຄົນ

ສຳນັກຂ່າວຊິນຮວາລາຍງານ: ຂໍ້​ມູນ​ຫລ້າ​ສຸດ ຂອງ​ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ ພະຍາດ​ ແຫ່ງສະຫະລັດອາ​ເມ​ລິ​ກາ ​ເປີດ​ເຜີຍ​​ວ່າ: ສະຫະລັດອາ​ເມ​ລິ​ກາ ມີ​ຜູ້​ຕິດ​ເຊື້ອ​ພະຍາດໄຂ້ຫວັດ​ໃຫຍ່ ​ໃນ​ລະດູ​ການ​ແພ່​ລະບາດ​ ໃນ​ປັດຈຸບັນ ຢ່າງ​ໜ້ອຍ 26 ລ້ານ​ຄົນ,​ ເຂົ້າຮັບ​ ການປິ່ນປົວ ​ຢູ່​ໂຮງໝໍ 290.000 ຄົນ ​ແລະ ​ເສຍ​ຊີວິດ​ແລ້ວ 19.000 ຄົນ. ​ໃນ​ນີ້​ ເປັນ​ເດັກນ້ອຍ 143 ຄົນ. ດັ່ງນັ້ນ ທາງ​ໜ່ວຍ​ງານ ​ທີ່​ກ່ຽວຂ້ອງ ​ແນະນຳ​ໃຫ້​ປະຊາຊົນທຸກ​ຄົນ​ທີ່​ມີ​ອາຍຸ​ ຕັ້ງ​ແຕ່ 6 ​ເດືອນ​ຂຶ້ນ​ໄປ ​ເຂົ້າຮັບວັກ​ຊິນ​ປ້ອງ​ກັນໄຂ້ຫວັດ​ໃຫຍ່ ປະຈຳ​ປີ ຈົນ​ກວ່າ​ ການ​ແພ່​ລະບາດຈະ​ໝົດ​ໄປ. ນອກ​ນີ້ ຍັງ​ສາມາດໃຊ້​ຢາ​ ຕ້ານ​ເຊຶ້ຶ້ອພະຍາດ​ໄຂ້ຫວັດ​ໃຫຍ່ໄດ້ ​ຕາມ​ໃບ​ສັ່ງ​ແພດ ທີ່​ຕ້ອງ​ໃຊ້​ ໃຫ້​ໄວ​ທີ່​ສຸດ ​ຕັ້ງ​ແຕ່​ເລີ່​ມມີ​ການສະ​ແດງ ​ອາການ.