ລັດຖະບານ ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ 2 ແລະ ຊັ້ນ 3 ພ້ອມຍ້ອງຍໍ ຜົນສຳເລັດຂອງທັບນັກກິລາລາວ ແລະ ຜູ້ໃຫ້ການສະໜັບສະໜູນໃນການເຂົ້າຮ່ວມງານກິລາ ຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ປີ 2022 ຊຶ່ງສາມາດຍາດໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ພ້ອມທັງຖະແຫຼງຂ່າວການກຽມຄວາມພ້ອມເຂົ້າຮ່ວມງານກິລາ ຊີເກມ ຄັ້ງທີ 32 ທີ່ປະເທດກຳປຸເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023 ໄດ້ມີຂຶ້ໜ ເມື່ອວັນທີ 21 ເມສາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ມີເຈົ້າຄອງນະຄອນຫຼວງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ບັນດາຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ພະນັກງານທີ່ກ່ຽວຂ້ອງ, ຄະນະບໍລິຫານງານສະຫະພັນກິລາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ໂອກາດນີ້, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ໃຫ້ຮູ້ວ່າ: ພະນົມເປນ ເກມ 2023 ປີນີ້ ເຈົ້າພາບ ປະເທດກຳປູເຈຍ ກຳນົດຊີງໄຊທັງໝົດ 46 ປະເພດກິລາ ສຳລັບ ສປປ ລາວ ຈະສົ່ງທັບນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 131 ຄົນ ຈາກ 31 ປະເພດ, ໃນນັ້ນ ກຸ່ມຕົນເອງຮອບດ້ານ ມີ 11 ປະເພດກິລາ ປະກອບມີ ບານເຕະ, ກອ໋ບ, ດອກປີກໄກ່, ຊ໋ອບເທັນນິດ, ປິ່ງປ່ອງ, ບານບ້ວງ, ອີສະປອດ, ຟັນດາບ, ບານສົ່ງຫາດຊາຍ, ກິລາຂ້າມສິ່ງກີດຂວາງ ແລະ ມວຍປໍ້າ ຈູຈິດຊູ ຊຶ່ງຈະນຳໃຊ້ງົບປະທານ 14 ຕື້ກີບ ແລະ ນັກກິລາ ໄດ້ມີການເກັບຕົວຝຶກຊ້ອມ ໃນໄລຍະ 50 ວັນ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ ຫຼາຍກວ່າຄັ້ງຜ່ານມາ ໃນການເດີນທາງເຂົ້າຮ່ວມງານດັ່ງກ່າວ ໄດ້ມີການສະເໜີທາງກະຊວງປ້ອງກັນປະເທດ ເພື່ອສະໜັບສະໜູນຍົນເດີນທາງເຂົ້າຮ່ວມ ໃນຈຳນວນ 5 ຖ້ຽວ ແລະ ຈຳນວນໜຶ່ງແມ່ນຈະໄດ້ເດີນທາງດ້ວຍສາຍການບິນ ລາວແອລາຍ, ໃນນັ້ນ ຫາກວ່ານັກກິລາ ສາມາດສ້າງຜົນງານພົ້ນເດັ່ນ ທາງລັດຖະບານມີໂບນັດໃຫ້ຄາງານເລີຍ ໂດຍສະເພາະຫຼຽນຄຳ ແມ່ນ 10 ລ້ານກີບ, ຫຼຽນເງິນ 7 ລ້ານກີບ ແລະ ຫຼຽນທອງ 4 ລ້ານກີບ.
ໃນການເຂົ້າຮ່ວມ ພະນົມເປນ ເກມ 2023 ໄດ້ຮັບການສະໜັບສະໜູນຈາກບໍລິສັດ FBT ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງກິລາຄົບວົງຈອນ ທີ່ປະເທດໄທ ຈຳນວນ 700 ລ້ານກວ່າກີບ, ທະນາຄານສົ່ງເສີມກະສິກຳ 200 ລ້ານກີບ, ທະນາຄານພັດທະນາລາວ ຈຳກັດ 200 ລ້ານກີບ, ທະນາຄານ BIC 100 ລ້ານກີບ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ 100 ລ້ານກີບ. ນອກນັ້ນ, ທາງບໍລິສັດ ເບຍລາວ ຈຳກັດ ກໍຍັງສະໜັບສະໜູນຜະລິດຕະພັນທີ່ເປັນເຄື່ອງດື່ມ ໃຫ້ທັບນັກກິລາອີກດ້ວຍ.
ແນວໃດກໍດີ, ຜົນສຳເລັດໃນການເຂົ້າຮ່ວມ ຮ່າໂນ້ຍ ເກມ 2022 ຈັດຂຶ້ນ ທີ່ສສ ຫວຽດນາມ ທັບນັກກິລາລາວ ກໍຍັງໄດ້ຮັບເງິນໂບນັດຈາກລັດຖະບານ ທັງໝົດ 862 ລ້ານກວ່າກີບ. ນອກນັ້ນ, ກໍຍັງໄດ້ຮັບການສະໜັບສະໜູກຫຼັກ ຈາກບໍລິສັດ ເບຍລາວ ຈຳກັດ ຊຸກຍູ້ເງິນລາງວັນ ຈຳນວນ 234 ລ້ານ ນອກນັ້ນ ພ້ອມອຸປະຖຳຜະລິດ ຕະພັນເຄື່ອງດື່ມ, ເຄື່ອນຸ່ງ ແລະ ເງິນສົດ ທັງໝົດ 633 ລ້ານກວ່າກີບ ສ່ວນ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມ ມະນາຄົມ ກໍຊຸກຍູ້ເງິນລາງວັນ ຈຳນວນ 370 ລ້ານກີບ ອີກດ້ວຍ.