ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ເຂົ້າມາພົບປະຢ້ຽມຢາມ, ປຶກສາຫາລື ແລະ ຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່

ວັນທີ 24 ເມສາ 2023 ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຄບາຢາຊິ ເຄັນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ທີ່ໄດ້ເຂົ້າມາພົບປະຢ້ຽມຢາມ, ປຶກສາຫາລື ແລະ ຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່.

ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ລັດຖະມົນຕີ ແລະ ໄດ້ລາຍງານຈຸດປະສົງຂອງການມາພົບປະ, ຢ້ຽມຢາມ ຄັ້ງນີ້ ກໍ່ເພື່ອເພີ່ມທະວີ, ຮັດແໜ້ນສາຍພົວພັນມິດຕະພາບການຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ ທີ່ມີມາຢ່າງຍາວນານ. ທ່ານ ທູດກ່າວວ່າ: ຍີ່ປຸ່ນ ແລະ ລາວ ເປັນສອງປະເທດເພື່ອນບ້ານທີ່ດີ, ມີປະຫວັດສາດການພົວພັນຮ່ວມມືກັນມາຢ່າງຍາວນານແຕ່ສະໄໝຊຸມປີ 1960 ຍີ່ປຸ່ນ ເອງກໍເປັນສ່ວນໜຶ່ງໃນການຊ່ວຍເຫລືອ ແລະ ສະໜັບສະໜູນວຽກງານທາງດ້ານພະລັງງານໃຫ້ແກ່ລາວເປັນຕົ້ນແມ່ນການຊ່ວຍເຫລືອພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ1 ເຊິ່ງເປັນເຂື່ອນໄຟຟ້າແຫ່ງທໍາອິດຂອງ ສປປ ລາວ ແລະ ໄດ້ມີການສະໜັບສະໜູນດ້ານຂະແໜງພະລັງງານຕ່າງໆເປັນຕົ້ນແມ່ນອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເຊິ່ງມີຜູ້ຊ່ຽວຊານ ແລະ ວິວິສະວະກອນຜູ້ມີຄວາມຮູ້ຄວາມສາມາດໃນໂຄງການກໍ່ສ້າງເຂື່ອນໄຟຟ້າ.

ຂະນະດຽວກັນ ທ່ານ ລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ສະແດງຄວາມຂອບໃຈ ທ່ານທູດ ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານພະລັງງານ ແລະ ບໍ່ແຮ່ ໂດຍການຊ່ວຍເຫລືອ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ, ສະໜິດໜົມ. ປັດຈຸບັນ ລັດຖະບານ ຢີ່ປຸ່ນ ໄດ້ສະໜັບສະໜູນໂຄງການພະລັງງານສະອາດ ເຊິ່ງເປັນໂຄງການທີ່ນອນຢູ່ໃນແຜນພັດທະນາພະລັງງານແຫ່ງຊາດຂອງ ສປປ ລາວ ເນື່ອງຈາກວ່າ ພະລັງງານໄຟຟ້າ ເປັນສິ້ນຄ້າຕົ້ນຕໍ່ຂອງ ສປປ ລາວ ທີ່ຜະລິດເພື່ອສົ່ງອອກໄປປະເທດເພື່ອນບ້ານ. ນອກຈາກນີ້, ຢີ່ປຸ່ນ ຍັງຊ່ວຍເຫລືອການພັດທະນາເສດຖະກິິດ, ຊັບພະຍາກອນມະນຸດໃນຫລາຍຮູບແບບ, ການໃຫ້ຄໍາປຶກສາກ່ຽວກັບການພັດທະນາສາຍສົ່ງໄຟຟ້າ, ເຕັກນິກວິຊາການ, ບຸກຄະລາກອນ ຜູ້ຊ່ຽວຊານ, ນະໂຍບາຍໂຄງການລົງທຶນແບບໃໝ່.

อาจเป็นรูปภาพของ 6 คน