ລາວ-ຫວຽດນາມ ຫາລືກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ

ໃນວັນທີ 24 ເມສາ 2023, ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະຂັ້ນວິຊາການ ລະຫວ່າງ ຄະນະຜູ້ແທນຂັ້ນສູນກາງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບຫວຽດນາມ ກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ, ຝ່າຍລາວນຳໂດຍ ພົນຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບລາວ, ຝ່າຍຫວຽດນາມ ນຳໂດຍ ພົນຈັດຕະວາ ຫງວຽນ ກວັກ ຮຸ່ງ ຫົວໜ້າກົມຕໍາຫລວດຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ  ແລະ ມີຄະນະສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຝ່າຍລາວໄດ້ລາຍງານສະພາບໂດຍຫຍໍ້ຂອງການຈັດຕັ້ງປະຕິບັດວຽກງານຈົດທະບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວໃນປັດຈຸບັນທົ່ວປະເທດມີ 17 ແຂວງ, 1 ນະຄອນຫລວງວຽງຈັນ, ມີ 145 ເມືອງ, 3 ນະຄອນ, ມີ 1.158 ກຸ່ມບ້ານ, ມີ 8.399 ບ້ານ, ມີ 1.335.708 ຫລັງຄາເຮືອນ, ມີ 1.399.904 ຄອບຄົວ, ພົນລະເມືອງທັງໝົດມີ 7.235.341 ຄົນ ຍິງ 3.640.015 ຄົນ, ຈຳນວນຄົນຕ່າງດ້າວ ມີ 13.576 ຄົນ ຍິງ 5.038 ຄົນ, ພົນລະເມືອງທີ່ໄດ້ຂຶ້ນທະບຽນສໍາມະໂນຄົວແລ້ວມີ 1.385.964 ຄອບຄົວ, ມີຈຳນວນພົນທັງໝົດ 7.113.973 ຄົນ ຍິງ 3.581.483 ຄົນ. ໃນນັ້ນ, ຄົນຕ່າງດ້າວ ມີ 4.823 ຄອບຄົວ ມີຈໍານວນ 13.576 ຄົນ ຍິງ 5.038 ຄົນ.

ດ້ານວຽກງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວດ້ວຍລະບົບເອເລັກໂຕຣນິກ ໂດຍຫັນເອົາຂໍ້ມູນພົນລະເມືອງເຂົ້າສູ່ລະບົບທັນສະໄໝແມ່ນເລີ່ມຕົ້ນຈັດຕັ້ງປະຕິບັດໃນປີ 2008 ໂດຍແມ່ນບໍລິສັດຮົວເວ້ ເປັນຜູ້ຮັບຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກງານກໍ່ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຫ້ອງການເຮັດວຽກ ຢູ່ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ, ວຽກງານເຕັກໂນໂລຊີ ແມ່ນໄດ້ສ້າງສູນຂໍ້ມູນ ເພື່ອຮອງຮັບຂໍ້ມູນພົນລະເມືອງ, ໄດ້ພັດທະນາລະບົບຊັອບແວ ມີ 2 ໂມດູນຫລັກຄື: ຄຸ້ມຄອງສຳມະໂນຄົວລາວ-ຕ່າງດ້າວ, ອອກບັດປະຈໍາຕົວລາວ, ໄດ້ປະກອບ ແລະ ຕິດຕັ້ງອຸປະກອນເກັບກຳຂໍ້ມູນຢູ່ສູນກາງ, ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ເພື່ອປ້ອນຂໍ້ມູນບຸກຄົນເຂົ້າສູ່ລະບົບເຄື່ອງຈັກພິມບັດປະຈໍາຕົວ ແລະ ເຄື່ອງຈັກພິມປື້ມສໍາມະໂນຄົວ. ພ້ອມນັ້ນ, ຍັງໄດ້ມີການຝຶກອົບຮົມການນຳໃຊ້ລະບົບໂປຣແກລມຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວ ເຊິ່ງໄດ້ມີການແບ່ງຂັ້ນການຄຸ້ມຄອງ ແລະ ການນຳໃຊ້ລະບົບຄື: ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດທະບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວທັນສະໄໝ ແລະ ແຜນການຈັດຕັ້ງປະຕິບັດເຮັດວຽກຮ່ວມກັນລະຫວ່າງກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບລາວກັບຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໃຫ້ເຊິ່ງກັນ ແລະ ກັນຮັບຊາບ, ພ້ອມທັງຮ່ວມກັນປຶກສາຫາລື ບັນດາວຽກງານທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດ ເພື່ອຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃຫ້ມີຜົນສຳເລັດຍິ່ງໆຂຶ້ນໄປ.

ຂໍ້ມູນ: ຄວາມສະຫງົບ