ນິວຄາສເຊິລ ພ້ອມໄລ່ລ່າລາຍເຊັນ ແມັກໂທມີເນ ຈາກອ້ອມກອດແມນຢູ

The Athletic ສື່ກິລາຊື່ດັງຂອງອັງກິດລາຍງານວ່າ ນິວຄາສເຊິລ ຢູໄນເຕັດ ໃຫ້ຄວາມສົນໃຈທີ່ຄວ້າຕົວ ສະກັອດ ແມັກໂທມີເນ ກອງກາງຕົວຕັດເກມຂອງ ແມນເຊສເຕີ ຢູໄນເຕັດ ໃນລະດູການນີ້.
່ກ່ອນໜ້ານີ້ ມີລາຍງານວ່າ ແມັກໂທມີເນ ໄດ້ແຈ້ງໄປຍັງຕົ້ນສັງກັດຮຽບຮ້ອຍແລ້ວ ເຖິງຄວາມຕ້ອງການທີ່ຈະຍ້າຍອອກຈາກທີມ ຫາກບໍ່ໄດ້ຮັບໂອກາດລົງສະໜາມຢ່າງສະຫມ່ຳສະເຫມີ ເຊິ່ງມີລາຍງານວ່າ ສະໂມສອນໄດ້ປັກປ້າຍຂາຍໄວ້ສູງເຖິງ 50 ລ້ານປອນ.
ສຳລັບ ສະກັອດ ແມັກໂທມີເນ ຜົນງານໃນລະດູການນີ້ ຍິງໄປທັງຫມົດ 3 ປະຕູ 1 ແອສຊິສ ຈາກການລົງຫລິ້ນ 35 ນັດໃນທຸກລາຍການ.

