ເລັສເຕີ້ ຊິຕີ້ ຕື່ນຈາກຝັນຮ້າຍ ເປີດບ້ານບຽດຊະນະ ວູຟແຮມຕັນ 2-1 ຄວ້າໄຊຊະນະທຳອິດໃນຮອບ 10 ເກມ

ຫລັງຈາກບໍ່ຊະນະໃຜມາ 10 ນັດໃນທຸກການແຂ່ງຂັນ, ໃນທີ່ສຸດ ເລັສເຕີ້ ຊິຕີ້ ໄດ້ຕື່ນຂຶ້ນຈາກຝັນຮ້າຍຂອງພວກເຂົາ. ຫລັງຈາກຊະນະໃນເກມລີກເມື່ອຄືນວັນທີ 22 ເມສາທີ່ຜ່ານມາ.

ເກມພຣີເມຍລີກ ວັນເສົາ ເລັສເຕີ້ ຊິຕີ້ ອັນດັບ 19 ມີ 25 ຄະແນນ ພົບກັບ ວູຟແຮມຕັນ ອັນດັບ 13 ມີ 34 ຄະແນນ, ໂດຍ ເລັສເຕີ້ ຊິຕີ້ ຕ້ອງການ 3 ຄະແນນຢ່າງຍິ່ງເພື່ອໜີຈາກເຂດໂຊນຕົກຊັ້ນໃຫ້ໄດ້.

ເຖິງວ່າຈະຖືກຄູ່ແຂ່ງໄດ້ປະຕູຂຶ້ນນໍາກ່ອນ 1-0 ໂດຍ ມັດຕິສ ກຸນຢານາ ໃນນາທີ 13, ແຕ່ສຸດທ້າຍກໍ່ຄວ້າໄຊຊະນະໄດ້ສຳເລັດດ້ວຍການຮ່ວມມືຍິງປະຕູ ໄດ້ຈາກຈຸດໂທດຂອງ ເຄເລຊິ ອິເຮນາໂຊ ໃນນາທີ 37 ແລະ ອີກປະຕູຈາກ ຕີໂມທີ ຄາສຕານາ ໃນນາທີ 75 ຈົນເຮັດໃຫ້ ເລັສເຕີ້ ຊະນະ 2-1 ໃນແບບລຸ້ນລະທຶກ.

ຈາກຜົນດັ່ງກ່າວເຮັດໃຫ້ ເລັສເຕີ້ ຊິຕີ້ ຂອງ ເດນ ສະມິດ ສະກົດຄຳວ່າຊະນະເປັນ ຫລັງຈາກທີ່ບໍ່ຊະນະໃຜເລີຍ 10 ນັດໃນທຸກລາຍການ ເກັບເພີ່ມເປັນ 28 ຄະແນນ ຂຶ້ນມາຢູ່ອັນດັບທີ 17 ເໜືອເຂດຕົກຊັ້ນ, ຫາຍໃຈສະດວກຂຶ້ນໜ້ອຍໜຶ່ງ. ກ່ອນທີ່ຈະໄປສູ້ໃນ 6 ນັດທີ່ຍັງເຫລືອ ໂດຍນັດຕໍ່ໄປຈະພົບກັບ ລີດ ຢູໄນເຕັດ ໃນວັນທີ 25 ເມສານີ້.