ພວກເຮົາມີບົດຮຽນຈາກໄພພິບັດມາຫລາຍປີຊ້ອນ ປີນີ້ຕ້ອງກຽມພ້ອມຮັບມືແຕ່ຫົວທີ

ໂດຍ:​ ມຶກບໍ່ແຫ້ງ

ພໍແຕ່ສະຫລອງປີໃໝ່ລາວສຳເລັດເສັດສິ້ນລົງ ກໍກ້າວສູ່ລະດູຝົນ ເຊິ່ງເປັນໄລຍະທີ່ການເກີດໄພພິບັດໜັກຢູ່ປະເທດເຮົາ ໂດຍເພາະໄພນໍ້າຖ້ວມ ເຊິ່ງໃນສາມສີ່ປີ ຜ່ານມາພວກເຮົາປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍປະການ ແລ້ວປີນີ້ເຮົາກຽມຄວາມພ້ອມລະບໍ່?

ໃນໄລຍະສາມສີ່ປີຜ່ານມານີ້ ນັບວ່າແມ່ນໄລຍະທີ່ປະເທດພົບຄວາມຫຍຸ້ງຍາກໃນການພັດທະນາເສດຖະກິດສົມຄວນ ເນື່ອງຈາກວ່າ ນັບແຕ່ 2018-2019 ທີ່ທົ່ວປະເທດ ພົບກໍ້ກັບໄພພິບັດ ທີ່ໜັກໜ່ວງ ໂດຍສະເພາະ ນໍ້າຖ້ວມ, ແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ, ການຫຼຸດຜ່ອນຄວາມທຸກຍາກ ແມ່ນທ້າທາຍທີ່ສຸດ ປີ 2020-2022 ໂຄວິດລະບາດ..

ລັດຖະບານເຮົາໄດ້ນຳໃຊ້ງົບປະມານຢ່າງຫຼວງຫຼາຍເຂົາໃນການຟື້ນຢູ່ຊີວິດການເປັນຢູ່ຂອງປະຊາຊົນ, ສ້ອມແປງໂຄງລ່າງພື້ນຖານຕ່າງໆ  ພາຍຫຼັງພົບພໍ້ກັບໄພພິບັດຢ່າງໜັກໜ່ວງ ສີ່ປີຊ້ອນ ຄື 2018-2022  ເຮັດໃຫ້ການພັດທະນາເສດຖະກິດລວມທັງລາຍໄດ້ລວມແຫ່ງຊາດ (GDP), ປະຊາຊົນລາວຈຳນວນຫຼວງຫຼາຍວ່າງວຽກ ເຊິ່ງຮຽກຮ້ອງໃຫ້ມີການຊ່ວຍເຫຼືອຈາກລັດຖະບານຕື່ມອີກ.

ເອີ້ນໄດ້ວ່າເປັນການທົດສອບທີ່ຍິ່ງໃຫຍ່ທີ່ສຸດ ສຳລັບພວກເຮົາ ບໍ່ວ່າລັດຖະບານ ກໍຄືປະຊາຊົນຕ້ອງຜ່ານຜ່າ ວິກິດຂອງຊາດ ໄປໃຫ້ໄດ້.

ໃນຕົ້ນລະດູຝົນປີ 2023 ນີ້ ມີປາກົດການໝາກເຫັບຕົກຫລາຍໃນແຕ່ລະແຂວງ ເປັນສັນຍານໃຫ້ພວກເຮົາ ຕ້ອງກຽມພ້ອມທຸກສະຖານະການໃນການເພື່ອຮັບມືກັບໄພບັດທີ່ອາດຈະເກີດຂຶ້ນໃນລະດູຝົນທີ່ຈະມາເຖິງ.

ອີງຕາມບົດລາຍງານ ສະພາບການແກ້ໄຂໄພພິບັດທາງທຳມະຊາດ ຂອບເຂດທົ່ວປະເທດ ປີ 2022 ມີໄພພິບັດທີ່ເກີດຂຶ້ນທັງໝົດ 96 ຄັ້ງ, ສົ່ງຜົນກະທົບໂດຍກົງໃຫ້ແກ່ 17 ແຂວງ, 1 ນະຄອນຫລວງ, ມີ 142 ເມືອງ, 1.162 ບ້ານ, 47.513 ຄອບຄົວ, 222.302 ຄົນ, ລວມມູນຄ່າເສຍຫາຍທີ່ສົ່ງຜົນກະທົບໃຫ້ແກ່ທາງດ້ານສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງລວມມູນຄ່າເສຍຫາຍທັງໝົດ 1.359 ຕື້ກ່ວາກີບ.

ໃນບົດລາຍງານດັ່ງກ່າວ ເພິ່ນໄດ້ໃຫ້ທິດທາງຕໍ່ກັບການກຽມພ້ອມຮັບມື,  ພ້ອມບັນດາມາດຕະການໃນຮັບມື ຫຼາຍອັນ ແຕ່ໃນນັ້ນ ການເຜີຍແຜ່ ກົດໝາຍວ່າດ້ວຍ ການຄຸ້ມຄອງໄພພິບັດ, ສ້າງດຳລັດ ວ່າດ້ວຍ ກອງທຶນຄຸ້ມຄອງ ໄພພິບັດ ໃຫ້ສຳເລັດໂດຍໄວ, ປັບປຸງກົນໄກການຈັດຕັ້ງ ຄະນະກຳມະການຄຸ້ມຄອງໄພພິບັດ ຕາມທີ່ໄດ້ກຳນົດໃນກົດໝາຍວ່າ ດ້ວຍການຄຸ້ມຄອງໄພພິບັດ ແມ່ນບາດກ້າວສຳຄັນທີ່ສຸດ.

ພ້ອມນັ້ນ ການຕິດຕາມເຝົ້າລະວັງ ສະພາບອາກາດ ແລະ ສົ່ງຂ່າວເຕືອນໄພລ່ວງໜ້າໃຫ້ວ່ອງໄວ ເພື່ອສ້າງຄວາມກຽມພ້ອມ ແລະ ຮັບມືກໍເປັນປັດໄຈສຳຄັນທີ່ສຸດ.  ດ້ວຍບົດຮຽນ ທີ່ພວກເຮົາພົບພໍ້ ໃນຊຸມປີຜ່ານມາ ເຊື່ອວ່າ ການກຽມພ້ອມ ແລະຮັບມືກັບໄພພິບັດພວກເຮົາຈະໄດ້ ຮັບຜົນດີກວ່າເກົ່າ.