ລາວໃຫ້ຄວາມສຳຄັນຕໍ່ວຽກງານເດັກຫລາຍຂຶ້ນ
ກອງປະຊຸມປຶກສາຫາລືການໂຄສະນາວຽກງານໂພສະນາການ, ສັກຢາກັນພະຍາດ, ສຸຂະອະນາໄມ, ຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກ, ການຄ້າມະນຸດ ແລະ ການສຶກສາສຳລັບເດັກກ່ອນໄວຮຽນ ໃຫ້ພະນັກງານແນວລາວສ້າງຊາດໃນທົ່ວປະເທດ, ໄດ້ຈັດຂຶ້ນລະຫວ່າງວັນທີ 11-13 ກັນຍານີ້, ທີ່ນະຄອນ ຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ມີທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີລົບ ແລະ ຜູ້ຕາງໜ້າອົງການຢູນິເຊບປະຈຳລາວເຂົ້າຮ່ວມນຳດ້ວຍ.
ທ່ານ ສົມອົກ ກ່າວວ່າ: ເພື່ອເສີມຂະ ຫຍາຍຄວາມຮັບຮູ້ ແລະ ຄວາມສາມາດ ໃນການປຸກລະດົມຊຸມຊົນກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບເດັກເຊັ່ນ: ວຽກງານໂພສະນາການ, ວຽກງານສັກຢາກັນພະຍາດ, ສຸຂະອະນາໄມ, ການປົກປ້ອງເດັກ ແລະ ການສຶກສາສຳລັບເດັກກ່ອນໄວຮຽນ, ພ້ອມທັງເປັນການເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ໃນການປຸກລະດົມປະຊາຊົນບັນດາເຜົ່າ ໃຫ້ຫັນມາປັບປຸງບັບຫາສຸຂະພາບຂອງແມ່ຍິງ ແລະ ເດັກ ແລະ ເປັນການຊຸກຍູ້ການມີສ່ວນຮ່ວມຂອງຜູ້ນຳເຜົ່າຕ່າງໆໃນການປຸກລະດົມປະຊາຊົນບັນດາເຜົ່າ ເພື່ອໃຫ້ເຂົາເຈົ້າເອົາໃຈໃສ່ຕໍ່ບັນຫາສຸຂະພາບໃນຊຸມຊົນຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ.
ກອງປະຊຸມຄັ້ງນີ້ເປັນຄັ້ງທຳອິດ, ພາຍຫລັງໄດ້ມີການລົງນາມການຮ່ວມມືລະຫວ່າງລັດຖະບານ ລາວ ແລະ ອົງການຢູນິເຊບ, ໃນເດືອນພຶດສະພາຜ່ານມານີ້ ແລະ ພາຍຫລັງຈາກສຳເລັດກອງປະຊຸມນີ້ແລ້ວອົງການແນວລາວສ້າງຊາດ ກໍຈະໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ບັນດາທ້ອງຖິ່ນຮາກຖານໃນການຈັດຕັ້ງປະຕິບັດມີປະສິດທິຜົນດີຂຶ້ນ.
ທ່ານ ມີໂອ-ຊິນ ຢູນ ຮັກສາການຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳລາວ ມີຄວາມເຫັນໃນກອງປະຊຸມວ່າ: ການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ແລະ ອົງ ການຢູນີເຊັບ ໄດ້ເລີ່ມມາແຕ່ປີ 2015, ໂດຍເລັ່ງໃສ່ປັບປຸງຊີວິດການເປັນຢູ່ທີ່ດີຂອງແມ່ຍິງ ແລະ ເດັກໃນເຂດຫ່າງໄກສອກຫລີກຂອງລາວ ເພື່ອສາມາດເຂົ້າເຖິງປະຊາຊົນໃນເຂດທຸລະກັນດານ ແລະ ດ້ວຍໂອກາດ ແລະ ໃນເຂດຊົນເຜົ່າຕ່າງໆຕາມພາລະບົດບາດຂອງສູນການແນວລາວສ້າງຊາດ ແລະ ພັນທະໜ້າທີ່ຂອງອົງການຢູນີເຊັບ, ພ້ອມນີ້ຍັງໄດ້ຮ່ວມກັນຕອບໂຕ້ການລະບາດຂອງພະຍາດໂປລີໂອ ແລະ ອື່ນໆດ້ວຍຄວາມຕັ້ງໜ້າອີກດ້ວຍ.

