3 ສາເຫດທີ່ເຮັດໃຫ້ຫລາຍຄູ່ທີ່ແຕ່ງດອງກັນໄປ ຕ້ອງຢ່າຮ້າງກັນ

ເຮົາອາດຈະເຫັນຂ່າວຄູ່ຮັກ ຢ່າຮ້າງກັນມາແລ້ວຫລາຍຄູ່ ແຕ່ເຄີຍສົງໄສບໍ່ວ່າເຫດຜົນສ່ວນຫລາຍທີ່ເຮັດໃຫ້ຫລາຍຄູ່ເລີກກັນແມ່ນອັນໃດ, ເວັບໄຊຂອງ Forbes ໄດ້ມີການສໍາຫລວດເຫດຜົນທີ່ເຮັດໃຫ້ຫລາຍຄູ່ຢ່າງຮ້າງກັນ ເຊິ່ງມີ 3 ສາເຫດໃຫຍ່ດັ່ງນີ້:

 

1) ເອົາກັນໄປແລ້ວຊີວິດບໍ່ຈະເລີນກ້າວໜ້າ

ນອກຈາກຄວາມຮັກແລ້ວ ຄູ່ຮັກຫລາຍຄູ່ເບິ່ງວ່າ ອະນາຄົດທີ່ໃຊ້ຊີວິດຮ່ວມກັນນັ້ນກໍເປັນອີກເລື່ອງໜຶ່ງທີ່ສໍາຄັນ, ຖ້າຢູ່ນໍາກັນແລ້ວບໍ່ມີຄວາມພັດທະນາ ເບິ່ງບໍ່ເຫັນອະນາຄົດທີ່ດີຮ່ວມກັນ ກໍມີແນວໂນ້ມທີ່ເຮັດໃຫ້ຄູ່ຮັກຢ່າຮ້າງກັນ! ເຊິ່ງສາເຫດນີ້ເປັນສາເຫດອັນດັບ 1 ທີ່ຄົນສ່ວນຫລາຍຢ່າຮ້າງກັນເຖິງ 75%

.

2) ບັນຫາການນອກໃຈ

ການມີກິກ, ຄົບຊ້ອນ ຫລື ມີຊູ້ ເປັນອີກພຶດຕິກໍາໜຶ່ງທີ່ຈັດໄດ້ວ່າເປັນສິ່ງທີ່ທໍາຮ້າຍຄວາມຮູ້ສຶກຂອງຄົນມີຄູ່ ຈຶ່ງບໍ່ແປກທີ່ຄົນກວ່າ 60% ຈະຢ່າຮ້າງກັບຄົນຮັກ

3) ການທໍາຮ້າຍຮ່າງກາຍ

ບັນຫາການທໍາຮ້າຍຮ່າງກາຍຄົນໃນຄອບຄົວ ເປັນສາເຫດອັນດັບ 3 ທີ່ເຮັດໃຫ້ຄົນຮັກກັນ 24% ຕັດສິນໃຈທີ່ຈະອອກມາ ແລະ ຢຸດຕິຄວາມສໍາພັນ ດ້ວຍການຢ່າຮ້າງ

.

ແລະ ນີ້ແມ່ນ Top 3 ສາເຫດທີ່ເປັນປັດໄຈອາດເຮັດໃຫ້ຄູ່ຮັກຕັດສິນໃຈເລີກລາ ຫລື ຢ່າງຮ້າງກັນໃນທີ່ສຸດ

.

ຂໍ້ມູນຈາກ