ສາເຫດທີ່ແຍກທາງກັບເຊວຊີ ສື່ເຜີຍວ່າ ທູເຄິ່ນ ຖືກປົດຍ້ອນຫ້າມບໍ່ໃຫ້ ໂບລີ່ ເຂົ້າຫ້ອງແຕ່ງໂຕໃນຊ່ວງພັກເຄິ່ງ

TalkSPORT ສື່ກິລາດັງຂອງອັງກິດໄດ້ເປີດເຜີຍວ່າສາເຫດທີ່ ໂທມັສ ທູເຄິນ ຖືກປົດອອກຈາກຕໍາແໜ່ງຫົວຫນ້າໂຄ໋ດ ເພາະປະຕິເສດໃຫ້ ທັອດ ໂບລີ່ ພາແຂກເຂົ້າໄປໃນຫ້ອງແຕ່ງໂຕໃນຊ່ວງເວລາພັກເຄິ່ງ.
ສິງໂຕນ້ຳເງິນຄາມ ໄດ້ແຍກທາງກັບຜູ້ຈັດການທີມຊາວເຢຍລະມັນໃນເດືອນກັນຍາທີ່ຜ່ານມາ ແລະ ໄດ້ແຕ່ງຕັ້ງໃຫ້ ແກຣມ ພັອດເຕີ ເຂົ້າມາຮັບໜ້າທີ່ແທນ ທັ້ງທີ່ນໍາທີມຄວ້າແຊ້ມ UEFA ແຊມປ້ຽນລີກໃນປີ 2020-21, ໃນເວລານັ້ນເຈົ້າຂອງໃຫມ່ໃຫ້ເຫດຜົນວ່າເປັນຍ້ອນວິໄສທັດກ່ຽວກັບອະນາຄົດສະໂມສອນບໍ່ກົງກັນ.
ແນວໃດກໍຕາມ ສື່ດັງຂອງອັງກິດໄດ້ເປີດເຜີຍວ່າສາຍເຫດແມ່ນເກີດຈາກເກມທີ່ ເຊວຊີ ຊະນະ ເວັສແຮມ 2-1 ໃນເດືອນກັນຍາຜ່ານມາ. ໂບລີ່ ບໍ່ພໍໃຈ ທູເຄິນ ຢ່າງໜັກເພາະປະຕິເສດບໍ່ໃຫ້ມາຢາມຫ້ອງແຕ່ງໂຕນັກເຕະໃນເວລາພັກເຄິ່ງເນື່ອງຈາກຕອນນັ້ນເຂົາໄດ້ພາແຂກສຳຄັນກຸ່ມໜຶ່ງມາຊົມຫ້ອງແຕ່ງໂຕດ້ວຍ.
ຫລັງຈາກເກີດເຫດການດັ່ງກ່າວ, ຄວາມສຳພັນຂອງທັງສອງໄດ້ເກີດແຕກຫັກໃນທັນທີ. ກ່ອນທີ່ຄູຝຶກຊາວເຢຍລະມັນຈະຖືກໄລ່ອອກໃນເກມຕໍ່ໄປ ແລະ ພັອດເຕີ ເຂົ້າມາຄຸມແທນ.
ໂບລີ່ ມັກຈະເຂົ້າໄປໃນຫ້ອງແຕ່ງໂຕນັກເຕະເພື່ອສົນທະນາກັບ ຈົນຫລ້າສຸດ, ຫລັງຈາກເກມທີ່ເສຍໃຫ້ ໄບຣຕັນ 1-2 ມີລາຍງານວ່າ ເຈົ້າຂອງທີມຊາວອາເມຣິກາ ສະແດງຄວາມບໍ່ພໍໃຈຕໍ່ໜ້ານັກເຕະ. ລວມທັງການຕຳນິນັກເຕະຄົນໃໝ່ຢ່າງແຮງອີກດ້ວຍ.

