ຈະຫລວດຍັກ Starship ຂອງ SpaceX ລະເບີດລະຫວ່າງການທົດລອງບິນ

ວັນທີ 20 ເມສາ, ຈະຫລວດ Starship ຂອງ SpaceX ເກີດລະເບີດຂຶ້ນພຽງບໍ່ເທົ່າໃດນາທີ ຫລັງຈາກປ່ອຍອອກຈາກຖານປ່ອຍຈະຫລວດ Starbase ຢູ່ໂບຄາຊິກາ ລັດເທັກຊັສ ໃນພາລະກິດທົດລອງບິນແບບບໍ່ມີມະນຸດຂຶ້ນໄປເທິງຍານ ກ່ອນຈະຫລວດດັ່ງກ່າວຈະຕົກລົງບໍລິເວນອ່າວເມັກຊິກ.

ໂດຍໃນການທົດລອງຄັ້ງທໍາອິດນັ້ນ, ຈະຫລວດ Starship ບິນຂຶ້ນຈາກຖານປະມານ 40 ກິໂລແມັດ ແຕ່ຫລັງຈາກນັ້ນເກີດບັນຫາເຄື່ອງຈັກບາງສ່ວນມອດ ລວມທັງບັນຫາການແຍກຕົວຂອງບູສເຕີ Super Heavy ກັບຍານລົ້ມເຫລວ ກ່ອນຈະຫລວດຈະເລີ່ມເສຍການຄວບຄຸມ ແລະ ເກີດລະເບີດຂຶ້ນໃນເວລາປະມານ 4 ນາທີ ຫລັງຈາກປ່ອຍອອກຈາກຖານ.

SpaceX ຖືວ່າການທົດລອງດັ່ງກ່າວໄດ້ບັນລຸຈຸດປະສົງຫລັກໃນການປ່ອຍຈະຫລວດລໍາໃຫຍ່ ເຊິ່ງມີຄວາມສູງເກືອບ 120 ແມັດຂຶ້ນບິນ ເຮັດໃຫ້ທີມເຈົ້າໜ້າທີ່ສາມາດເກັບຂໍ້ມູນເພື່ອນໍາໄປໃຊ້ປັບປຸງ ແລະ ພັດທະນາລະບົບຕໍ່ໄປ ໂດຍແຜນຂອງ Starship ຄືການບິນຂຶ້ນສູ່ຫ້ວງອະວະກາດເໜືອໂລກຂອງເຮົາຢ່າງໜ້ອຍ 150 ກິໂລແມັດ ກ່ອນຈະບິນກັບສູ່ຊັ້ນບັນຍາກາດ ແລະ ຕົກລົງສູ່ມະຫາສະໝຸດປາຊີຟິກໃກ້ກັບຮາວາຍ.

ສໍາລັບພາລະກິດທີ່ເກີດຂຶ້ນໃນຄັ້ງນີ້ຖືເປັນຄວາມພະຍາຍາມຄັ້ງທີ 2 ຫລັງຈາກວັນທີ 17 ເມສາຜ່ານມາ SpaceX ຕ້ອງປະກາດຍົກເລີກການປ່ອຍຈະຫລວດ Starship ພຽງບໍ່ເທົ່າໃດນາທີກ່ອນກໍານົດ ເນື່ອງຈາກພົບບັນຫາວາວແຮງດັນເຢັນຈົນກ້າມ.

ທັງນີ້, Starship ເປັນຈະຫລວດທີ່ຈະຖືກນໍາໄປໃຊ້ໃນພາລະກິດ Artemis III ເຊິ່ງເປັນການເດີນທາງຄັ້ງປະຫວັດສາດທີ່ຈະພາມະນຸດຂຶ້ນໄປຢຽບດວງຈັນອີກ ໂດຍຄາດວ່າພາລະກິດສໍາຄັນນີ້ຈະເກີດຂຶ້ນໄວທີ່ສຸດແມ່ນເດືອນທັນວາ 2025.

ອ້າງອີງ:

http://www.reuters.com/…/elon-musks-spacex-launches…/