ເທນຮາກ ຕຳນິນັກເຕະຂອງຕົນເອງວ່າ ບໍ່ມີຄວາມມຸ່ງໝັ້ນໃນການຕໍ່ສູ້ ຈົນຖືກ ເຊບີຢາ ເຂ່ຍຕົກຮອບ

ແມນເຊັສເຕີ ຢູໄນເຕັດ ເຮັດໂອກາດໃນການຄວ້າແຊ້ມ ຢູໂຣປາ ລີກ ລາຍການສຳຄັນຂອງພວກເຂົາຫລຸດມືຢ່າງໜ້າຜິດຫວັງ ຫລັງຈາກທີ່ພວກເຂົາຖືກ ເຊບີຢາ ຖະຫລົ່ມ 3-0 ໃນຮອບກ່ອນຮອງຊະນະເລີດ. ຄືນວັນທີ 20 ເມສາ ທີ່ຜ່ານມາ.

ຫລັງຈາກນັດທໍາອິດສະເໝີກັນ 2-2, “ຜີສາດແດງ” ບຸກໄປຢາມ ຣາໂມນ ຊານເຊດ ປິກຊວນ ເພື່ອລຸ້ນເກັບໄຊໃນເກມທີສອງ. ແຕ່ກາຍເປັນວ່າຫລິ້ນກັນຜິດພາດ ຈົນຖືກເຈົ້າບ້ານຍິງ 3 ປະຕູ ເຮັດໃຫ້ ແຊ້ມເກົ່າ 6 ສະໄໝ ຊະນະໄປດ້ວຍ ປະຕູລວມ 5-2 ຜ່ານເຂົ້າຮອບຮອງຊະນະເລີດ ສ່ວນ ແມນເຊັສເຕີ ຢູໄນເຕັດ ຕົກຮອບໄປຢ່າງຊອກຊ້ຳໃຈ.

ແຕ່ຜູ້ທີ່ຜິດຫວັງທີ່ສຸດຈາກຜົນດັ່ງກ່າວ ຄົງຈະຫລິກບໍ່ພົ້ນຜູ້ຈັດການທີມ, ເອຣິກ ເທນຮາກ ທີ່ຄິດວ່າລູກທີມເຂົາສາມາດເຮັດໄດ້ດີກວ່ານີ້ ແລະ ຄິດວ່າສິ່ງທີ່ລູກທີມບໍ່ສາມາດສຸ້ກັບຜູ້ຫລິິ້ນເຈົ້າບ້ານໄດ້ແມ່ນເລື່ອງຄວາມມຸ່ງໝັ້ນ ແລະ ຄວາມກະຕືລືລົ້ນທີ່ຈະຊະນະເພື່ອຮັກສາໂອກາດທີ່ຈະລຸ້ນແຊ້ມລາຍການນນີ້.