ຖ້າເຮັດວຽກຄ່າແຮງຂັ້ນຕໍ່າ ຕ້ອງເຮັດວຽກເຖິງ 2 ມື້ຈຶ່ງຈະສາມາດຊື້ຊີ້ນງົວໄດ້ 1 ໂລ

ພາຍຫລັງສະເຫລີມສະຫຼອງປີໃໝ່ລາວ ພສ 2566 ເຊິ່ງຄວາມຈິງແລ້ວ ຈສ 1385 ຢ່າງມ່ວນຊື່ນນັ້ນ ທາງພະນັກງານລັດຖະກອນ ຖືວ່າໂກດີທີ່ໄດ້ຮັບເງິນເດືອນກ່ອນບຸນປີໃໝ່ລາວ ແລະ ໃນເດືອນພຶດສະພາທີ່ຈະມາເຖິງນີ້  ຄ່າແຮງງານ ຂັ້ນຕໍ່າ ຈະຖືກປັບຂຶ້ນເປັນງວດທີ 2 ຈາກ 1.200.000 ກີບ ເປັນ 1.300.000 ກີບ  ແຕ່ຫລາຍຄົນກໍຍັງ ຄິດນຳບໍ່ເລີກວ່າ ຈະປັບຄ່າແຮງງານ ຫລື ປັບຄ່າຄອງຊີບລົງ ຈຶ່ງຈະດີກວ່າກັນ?

ເວົ້າເລື່ອງການປັບຂຶ້ນຄ່າແຮງຂັ້ນຕໍ່າ ມັນເປັນທີ່ຈະແຈ້ງແລ້ວວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກະຊວງແຮງງານ ແລະສະຫວັດດີການ-ສັງຄົມ, ກຳມະບານລາວ ແລະພາກສ່ວນອື່ນໆ ເພິ່ນກໍໄດ້ປຶກສາຫາລືກັນຫລາຍຫລົບຫລາຍຕ່າວແລ້ວ ເພື່ອໃຫ້ຜູ້ເຮັດວຽກທີ່ໄດ້ຮັບເງິນເດືອນຂັ້ນຕໍ່າ ໂດຍສະເພາະໃນບາງຂະແໜງການມີແຮງຈູງໃຈຂຶ້ນແດ່ ເຊິ່ງກໍເປັນບາດກ້າວທີ່ສຳຄັນ ເຖິງຈະມີຄວາມຄິດເຫັນທີ່ແຕກຕ່າງກັນໄປ, ບາງພ່ອງກໍວ່າ “ການຂຶ້ນຄ່າແຮງງການຂັ້ນຕໍ່າແມ່ນເປັນການດີທີ່ຈະປັບປຸງຊີວິດ ຊາວຜູ້ອອກແຮງງານທີ່ກິນເງິນເດືອນຂັ້ນຕໍ່າ” ແຕ່ບາງພ່ອງກໍວ່າ “ການຂຶ້ນຄ່າແຮງງານຂັ້ນຕໍ່ານີ້ ຍິ່ງຈະເຮັດໃຫ້ໄພວ່າງງານໃນລາວເພີ່ມສູງຂຶ້ນ ເພາະນາຍຈ້າງມັກຈະເວົ້າເລື້ອຍໆວ່າ ແຮງງານລາວຂາດທັກສະ ແຕ່ຂຶ້ນຄ່າແຮງງານຕື່ມອີກ” ແລະ ອື່ນໆ.

ແຕ່ສິ່ງສຳຄັນທີ່ປະຊາຊົນໃຫ້ຄວາມສົນໃຈຫລາຍທີ່ສຸດ ເມື່ອເວົ້າເລື່ອງຄ່າແຮງງານຂັ້ນຕໍ່າມາເທື່ອໃດກໍຄິດໃສ່ແຕ່ວ່າມັນຊິມີປະໂຫຍດຫຍັງຫລາຍ ໃນການເພີ່ມຄ່າແຮງງານຂັ້ນຕໍ່າຂຶ້ນພຽງເລັກໜ້ອຍ ແຕ່ຄ່າຄອງຊີບ,  ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນຊໍ້າພັດຖີບຕົວສູງຂຶ້ນ.

ໃນປັດຈຸບັນ ອາຫານຢູ່ໃນເມືອງໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ຊີ້ນງົວໂລລະ 110.000-120.000 ກີບ, ຖ້າວ່າພະນັກງານຄົນໜຶ່ງມີ ເງິນເດືອນພື້ນຖານ 1.300.000 ລ້ານກີບ, ຖ້າລາວເຮັດວຽກ 22 ມື້ຕໍ່ເດືອນ ສະແດງວ່າ ລາວໄດ້ມື້ລະ 59.000 ກີບ ເຊິ່ງລາວຕ້ອງເຮັດວຽກຮອດ 2 ມື້ຈຶ່ງສາມາດຊື້ຊີ້ນງົວໂລໜຶ່ງໄດ້, ສະນັ້ນ ຊີ້ນງົວ ອາດບໍ່ແມ່ນທາງເລືອກທີ່ດີສຳລັບລາວຜູ້ນີ້ ເພາະລາວຍັງມີລາຍຈ່າຍອື່ນໆອີກ ເຊັ່ນຄ່າບັດໂທລະສັບ, ບາງທີ ມັນກໍຍາກໃຈສຳລັບລາວທີ່ຈະໄປງານສັງຄົມ ຫລື ສົ່ງລູກຮຽນໜັງສື ແລະ ພວກເຮົາກໍເຂົ້າໃຈດີວ່າ 70% ຂອງຜູ້ໄດ້ຮັບຄ່າແຮງງານຂັ້ນຕໍ່ານັ້ນ ແມ່ນແຮງງານນອກລະບົບ, ໝາຍວ່າເຂົາເຈົ້າອາດບໍ່ມີ ສະຫວັດດີການທີ່ດີພໍເທົ່າໃດ, ເມື່ອເວລາເຈັບເປັນ ເຂົາເຈົ້າອາດກຸ້ມຕົນເອງທັງໝົດ, ເພາະສະນັ້ນ ຖ້າຂາດການບໍລິຫານທີ່ດີ ກໍຈະກາຍເປັນຄົນມີໜີ້ສິນຖ້ວມຄໍຄັກໆ.

ຫລາຍຄົນຮັບຮູ້ດີວ່າ ບັນດາປະເທດອ້ອມຂ້າງມີຄ່າຄອງຊີບທີ່ຂ້ອນຂ້າງຕໍ່າກວ່າເຮົາ, ສິ່ງທີ່ຜູ້ຂຽນເຫັນຈະແຈ້ງ ແມ່ນ ລາຄາ ອາຫານ ທີ່ເປັນປັດໄຈພື້ນຖານທີ່ສຸດສຳລັບເພື່ອການດຳລົງຊີບ ເຊິ່ງເປັນເຫດຜົນວ່າ ຄົນລາວຫລັ່ງໄຫລ ໄປບ້ານເພິ່ນເພື່ອຊື້ອາຫານ, ເຄື່ອງໃຊ້ຕ່າງໆ ເລື້ອຍໆ.

ການຂຶ້ນຄ່າແຮງງານຂັ້ນຕໍ່າຂອງພວກເຮົາ ເປັນສິ່ງທີ່ສຳຄັນໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແຕ່ສິ່ງ ຈຳເປັນແມ່ນການປັບຄ່າຄອງຊີບລົງ ໃຫ້ສົມດຸນກັບລາຍຮັບຂອງປະຊາຊົນສ່ວນໃຫຍ່, ເຊິ່ງກໍເຂົ້າໃຈດີວ່າ ມັນບໍ່ແມ່ນເລື່ອງງ່າຍດາຍພໍປານໃດ ເພາະເຊື່ອມໂຍງກັບຫລາຍປັດໄຈ ບໍ່ວ່າໂຄງຮ່າງພື້ນຖານຕ່າງໆ, ລະບົບການຜະລິດ, ເງື່ອນໄຂພູມສັນຖານ ແລະອື່ນໆ ແຕ່ມັນກໍຈຳເປັນສຳລັບພວກເຮົາ ທີ່ຈະເຮັດໃຫ້ຄ່າຄອງຊີບ ຕໍ່າລົງກວ່ານີ້ ເຊິ່ງອາດບໍ່ແມ່ນມີຜົນດີສະເພາະຜູ້ໄດ້ຄ່າແຮງງານຂັ້ນຕໍ່າ ແຕ່ອາດມີຜົນດີຕໍ່ລະບົບເສດຖະກິດພວກເຮົາໂດຍລວມ ເຊັ່ນວ່າ ວຽກງານທ່ອງທ່ຽວ ແລະ ອື່ນໆ.