UN ປະນາມອາເມລິກາ ດັກຟັງການສື່ສານຂອງເລຂາທິການໃຫຍ່-ເຈົ້າໜ້າທີ່ລະດັບສູງ ຊີ້ບໍ່ສອດຄ່ອງພັນທະກໍລະນີ

ທ່ານ ສເຕຟານ ດູຈາຣິກ ໂຄສົກຂອງທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (UN) ຖະແຫລງຕໍ່ສື່ໃນວັນທີ 18 ເມສາ ໂດຍສະແດງຄວາມ “ກັງວົນ” ຢ່າງເປັນທາງການເຖິງອາເມລິກາ ພາຍຫລັງປາກົດລາຍງານຂ່າວທີ່ເປີດເຜີຍເຖິງການດັກຟັງການສື່ສານຂອງທ່ານ ກູເຕີເຣສ ຕະຫລອດຮອດເຈົ້າໜ້າທີ່ລະດັບສູງຂອງ UN ອີກຫລາຍທ່ານ.
ທັງນີ້, The Washington Post ລາຍງານຂໍ້ມູນດັ່ງກ່າວ ເຊິ່ງອ້າງອີງຈາກເອກະສານລັບດ້ານຂ່າວ ແລະ ການທະຫານຂອງກະຊວງປ້ອງກັນຄວາມສະຫງົບອາເມລິກາທີ່ຮົ່ວໄຫລອອກມາເມື່ອມໍ່ໆນີ້ ໂດຍມີເນື້ອໃນສະແດງເຖິງການດໍາເນີນການຂອງລັດຖະບານອາເມລິກາໃນການດັກຟັງການສົນທະນາຂອງທ່ານ ດູເຕີເຣສ ກັບເຈົ້າໜ້າທີ່ສະຫະປະຊາຊາດຄົນອື່ນໆ ຢ່າງໜ້ອຍ 4 ຄັ້ງ ເຊິ່ງລວມທັງບັນຫາອູແກຣນ.
ຂະນະທີ່ຄະດີການຮົ່ວໄຫລຂອງເອກະສານລັບເພນຕາກອນຈໍານວນຫລາຍຮ້ອຍສະບັບ ເຊິ່ງມີການເປີດເຜີຍຂໍ້ມູນສໍາຄັນກ່ຽວກັບສົງຄາມໃນອູແກຣນ ຕະຫລອດຈົນການປະເມີນດ້ານຂ່າວຕໍ່ປະເທດອື່ນໆ ຈົນຮອດຕອນນີ້ມີການຈັບກຸມຜູ້ຖືກສົງໄສຄື Jack Teixeira ທະຫານອາກາດອາຍຸ 21 ປີ ໂດຍລາວຖືກນໍາຂຶ້ນສານຄັ້ງທໍາອິດໃນອາທິດຜ່ານມາ ແລະ ສານໄດ້ຕັ້ງຂໍ້ຫາເຜີຍແຜ່ເອກະສານລັບທາງທະຫານ ລວມທັງຂໍ້ຫາລົບ ແລະ ເກັບຂໍ້ມູນລັບດ້ານຄວາມໝັ້ນຄົງ ໂດຍຖ້າຖືກຕັດສິນຄວາມຜິດອາດໄດ້ຮັບໂທດສູງສຸດເຖິງ 15 ປີ.

